ໂມຣົກ ເລີ່ມໂຄງການກໍ່ສ້າງເຮືອນຢູ່ 50.000ຫຼັງພາຍຫຼັງໄພພິບັດແຜ່ນດິນໄຫວ
(VOVWORLD) - ເຈົ້າຊີວິດ ໂມຣົກ Mohamed VI ເນັ້ນໜັກວ່າ ບຸລິມະສິດແຖວໜ້າໃນປັດຈຸບັນ ແມ່ນຮັບປະກັນສະຖານທີ່ພັກອາໄສທີ່ປອດໄພ ໃຫ້ແກ່ປະຊາຊົນທີ່ບໍ່ມີເຮືອນຢູ່ໃນເຫດແຜ່ນດິນໄຫວ.
ພາບປະກອບ: NYTimes |
ຕອນຄ່ຳວັນທີ 14 ກັນຍາ, ຫ້ອງວ່າການເຈົ້າຊີວິດ ໂມຣົກ ໄດ້ປະກາດເລີ່ມໂຄງການກໍ່ສ້າງ ເຮືອນຢູ່ 50.000ຫຼັງ ຢູ່ 5 ເຂດທີ່ຖືກຜົນສະທ້ອນໃນເຫດແຜ່ນດິນໄຫວຄັ້ງປະຫວັດສາດໃນຕອນຄ່ຳວັນທີ 8 ກັນຍາ ຢູ່ທາງພາກາງປະເທດນີ້.
ໃນແຈ້ງການໃຫ້ຮູ້ວ່າ ມີເຮືອນຢູ່ກ່ວາ 50.000ຫຼັງຖືກທຳລາຍໝົດ ຫຼື ເສຍຫາຍສ່ວນໜຶ່ງໃນເຫດແຜ່ນດິນໄຫວ. ເຈົ້າຊີວິດ ໂມຣົກ Mohamed VI ເນັ້ນໜັກວ່າ ບຸລິມະສິດແຖວໜ້າໃນປັດຈຸບັນ ແມ່ນຮັບປະກັນສະຖານທີ່ພັກອາໄສທີ່ປອດໄພ ໃຫ້ແກ່ປະຊາຊົນທີ່ບໍ່ມີເຮືອນຢູ່ໃນເຫດແຜ່ນດິນໄຫວ. ກ່ອນໜ້ານັ້ນ, ລັດຖະບານ ໂມຣົກ ກໍ່ໜູນຊ່ວຍດ້ານການເງິນທີ່ມີມູນຄ່າ 14.000 USD ໃຫ້ແກ່ແຕ່ລະຄອບຄົວ ທີ່ເຮືອນຖືກທຳລາຍໝົດເພື່ອໃຫ້ເຂົາເຈົ້າກັບຄືນສູ່ຊີວິດທີ່ເປັນປົກກະຕິໂດຍໄວ.
ແລະກໍ່ໃນວັນດຽວກັນ, ກອງທຶນເພື່ອເດັກ ສະຫະປະຊາຊາດ (UNICEF) ໄດ້ຕີລາຄາວ່າ ມີເດັກນ້ອຍ ໂມຣົກປະມານ 100.000 ຄົນຖືກຜົນສະທ້ອນໃນເຫດແຜ່ນດິນໄຫວທີ່ເກີດຂຶ້ນໃນຕອນຄ່ຳວັນທີ 8 ກັນຍານີ້, ໃນນັ້ນມີ ເດັກນ້ອຍ 20.000 ຄົນ ບໍ່ມີເຮືອນຢູ່.