ປະທານາທິບໍດີ ອີຣານ Hassan Rouhani ແລະ
ຜູ້ນຳ ກູບາ Fidel Castro
(ພາບ: AP/TTXVN)
(vovworld) - ພາຍຫລັງທີ່ສື່ມວນຊົນແຫ່ງລັດ ກູບາ ໄດ້ໃຫ້ຂ່າວຜູ້ນຳ ກູບາ Fidel Castro ໄດ້ເຖິງແກ່ມໍລະນະກຳໃນຕອນຄ່ຳວັນທີ 25/11/2016 ຕາມເວລາທ້ອງຖິ່ນລວມອາຍຸໄດ້ 90 ປີ, ປະທານາທິບໍດີ ອີຣານ Hassan Rouhani ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະລົດໃຈມາຍັງລັດຖະບານ ແລະ ປະຊາຊົນ ກູບາ, ພ້ອມທັງ ຢືນຢັນວ່າ ທ່ານ Fidel Castro ແມ່ນບຸກຄົນດີເລີດ, ຕະຫລອດຊີວິດ ທ່ານໄດ້ທຳການຕໍ່ສູ້ ເພື່ອຄວາມຍຸຕິທຳ ແລະ ສັນຕິພາບ. ປະທານາທິບໍດີ ອີຣານ ໄດ້ເນັ້ນໜັກວ່າ: ໃນ ຂະນະທີ່ປະຊາຊົນຖືກກົດຂີ່ຂູດຮີດໃນໂລກພວມຢູ່ໃຕ້ແອກຄອບຄອງ ແລະ ຄວາມຍຸຕິທຳ ແລະ ເສລີພາບຖືກຢຽບຢ່ຳ, ໄດ້ປະກົດມີບັນດາບຸກຄົນທີ່ດີເລີດຄື ທ່ານ Fidel Castro, ຜູ້ໄດ້ທຳການຕໍ່ສູ້ຢ່າງບໍ່ຢຸດຢັ້ງ ເພື່ອເຊີດຊູຄັນທຸງຄວາມຍຸຕິທຳ ແລະ ສັນຕິພາບຈົນເຖິງບັ້ນປາຍຂອງຊີວິດ.
ປະທານພັກແຮງງານຂອງ ອັງກິດ ທ່ານ Jeremy Corbyn ກໍ່ໄດ້ກ່າວຍ້ອງຍໍຜູ້ນຳ ກູບາ Fidel Castro ວ່າແມ່ນບຸກຄົນທີ່ຍິ່ງໃຫຍ່ໃນປະຫວັດສາດໂລກ. ທ່ານປະທານາທິບໍດີ ອານເຢລີ Abdelaziz Bouteflika ກໍ່ໄດ້ອອກລັດຖະດຳລັດວ່າດ້ວຍການໄວ້ທຸກລະດັບຊາດ ເປັນເວລາ 8 ວັນຢູ່ ອານເຢລີ ເຊິ່ງນັບແຕ່ວັນທີ 27/11 ເພື່ອອາໄລຫາຜູ້ນຳ ກູບາ Fidel Castro.