ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຢູ່ພາກ​ພື້ນ​ ເອີ​ຣົບ​ຕາ​ເວັນ​ອອກ

(VOVWORLD) -ຕາມຕົວເລກຂອງເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 03 ພະຈິກ, ໃນທົ່ວໂລກມີຜູ້ຕິດເຊືື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 248,2 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 5 ລ້ານຄົນ. ສະເພາະໃນ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອຕື່ມອີກກວ່າ 332.200 ຄົນ ແລະ ມີເກືອບ 6.000 ຄົນເສຍຊີວິດ.

ອາຊີ ແມ່ນພາກພື້ນທີ່ຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດໂຄວິດ - 19, ຖັດມາແມ່ນ ເອີຣົບ ແລະ ອາເມລິກາເໜືອ.

        ສະພາບການໂລກລະບາດຢູ່ພາກພື້ນ ເອີຣົບຕາເວັນອອກ ມີການຜັນແປຢ່າງສັບສົນ ດ້ວຍຈຳນວນຜູ້ເສຍຊີວິດເພີ່ມຂຶ້ນຢ່າງແຮງ ໃນຂະນະທີ່ອັດຕາຜູ້ໄດ້ຮັບການສັກວັກຊິນແມ່ນຍັງບໍ່ທັນສູງ. ວັນທີ 02 ພະຈິກ, ລັດເຊຍ ຢັ້ງຢືນມີຜູ້ຕິດເຊື້ອຕື່ມອີກກວ່າ 39.000 ຄົນ ແລະ ມີຜູ້ເສຍຊີວິດເກືອບ 1.180 ຄົນ ໃນ 24 ຊົ່ວໂມງຜ່ານມາ, ເຊິ່ງເປັນອັດຕາຜູ້ຕິດເຊື້ອພາຍໃນວັນສູງບັນລຸລະດັບສະຖິຕິຢູ່ປະເທດນີ້. ກໍໃນວັນດຽວກັນ, ວົງການສາທາລະນະສຸກ ໂຣມານີ ໃຫ້ຮູ້ວ່າ ປະເທດນີ້ຢັ້ງຢືນມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ຈຳນວນ 591 ຄົນ ແລະ ນີ້ແມ່ນກໍແມ່ນລະດັບສູງທີ່ໜ້າວິຕົກກັງວົນຢູ່ປະເທດນີ້. ປັດຈຸບັນ, ໂຣມາລີ ແມ່ນປະເທດທີ່ມີອັດຕາຜູ້ສັກວັກຊິນຕ່ຳອັນດັບທີ 2 ໃນ ສະຫະພາບເອີຣົບ. ຄ້າຍຄືກັນ, ກະຊວງສາທາລະນະສຸກ ບຸນກາຣີ ສືບຕໍ່ຢັ້ງຢືນມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ຈຳນວນ 310 ຄົນ ໃນຮອບເວລາ 24 ຊົ່ວໂມງຜ່ານມາ ເຊິ່ງແມ່ນລະດັບສູງສຸດ ນັບແຕ່ເກີດໂລກລະບາດມານີ້.


ຕອບກັບ

ຂ່າວ/ບົດ​ອື່ນ