ໂລກ​ລະ​ບາດ​ໂຄວິດ - 19 ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ກ່​ວາ 6,2 ລ້ານ​ຄົນ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info, ໄລ່ຮອດເວລາ 8 ໂມງຂອງວັນທີ 18 ເມສາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ເກືອບ 505 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 6,2 ລ້ານຄົນ.

ໂລກ​ລະ​ບາດ​ໂຄວິດ - 19 ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ກ່​ວາ 6,2 ລ້ານ​ຄົນ - ảnh 1ພາບປະກອບ: TTXVN

ອາເມລິກາ ຍັງແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ, ມາຮອດປັດຈຸບັນ ມີຜູ້ຕິດເຊື້ອໂຄວິດ - 19 ກ່ວາ 82,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 1 ລ້ານຄົນ. ອິນເດຍຢືນຢູ່ອັນດັບທີ 2 ກ່ຽວກັບຈຳນວນຜູ້ຕິດເຊື້ອໂຄວິດ - 19 ດ້ວຍ 43 ລ້ານກ່ວາຄົນ ໃນຂະນະນັ້ນ ບຣາຊິນ ຢືນຢູ່ອັນດັບທີ 2 ກ່ຽວກັບຜູ້ເສຍຊີວິດດ້ວຍຈຳນວນເກືອບ 700.000 ຄົນ.

ສ່ວນຢູ່ ຫວຽດນາມ, ວັນທີ 18 ເມສາ, ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ, ນັບແຕ່ເວລາ 16 ໂມງຂອງວັນທີ 17 ເມສາ ຫາເວລາ 16 ໂມງຂອງວັນທີ 18 ເມສາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 12.012 ຄົນ (ຫຼຸດ 2.649 ຄົນເມື່ອທຽບໃສ່ວັນທີ 17 ເມສາ), ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 4.218 ຄົນ, ມີຜູ້ເສຍຊີວິດ 13 ຄົນ.

ນັບແຕ່ເມື່ອເກີດໂລກລະບາດມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 10.475.819 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 8.941.064, ມີຜູ້ເສຍຊີວິດທັງໝົດ 42.957 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ