ໂລກລະບາດໂຄວິດ-19 ສືບຕໍ່ຜັນແປຢ່າງສັບສົນໃນໂລກ

(VOVWORLD) -ວັນທີ 17 ກໍລະກົດ, ອິນເດຍ ໄດ້ແຈ້ງໃຫ້ຊາບວ່າ ຈຳນວນຜູ້ຕິດໂລກລະບາດໂຄວິດ-19 ຢູ່ປະເທດນີ້ໄດ້ລື່ນກາຍ 1 ລ້ານຄົນ.

ດ້ວຍຜູ້ຕິດໂລກລະບາດໃໝ່ແມ່ນກວ່າ 35.000 ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ອິນເດຍ ຕ້ອງໄດ້ຈັດວາງບັນດາມາດຕະການປິດລ້ອມຄືນໃໝ່ ພາຍຫຼັງທີ່ຜ່ອນຜັນມາໄດ້ໄລຍະໜຶ່ງ.

        ແລະກໍ່ໃນວັນດຽວກັນ, ຢູ່ລັດ Victoria, ປະເທດອົດສະຕາລີ, ສືບຕໍ່ມີຜູ້ຕິດໂລກລະບາດໃໝ່ຫຼາຍທີ່ສຸດໃນມື້ໜຶ່ງດ້ວຍຈຳນວນ 428 ຄົນ.

        ໃນຂະນະນັ້ນ, ຜູ້ຕິດໂລກລະບາດໂຄວິດ-19 ຢູ່ຫຼາຍທ້ອງຖິ່ນຂອງຍີ່ປຸ່ນ ພວມເພີ່ມຂຶ້ນຢູ່ໃນລະດັບກ່າວເຕືອນ. ສິ່ງທີ່ໜ້າວິຕົກກັງວົນທີ່ສຸດແມ່ນວົງການເຈົ້າໜ້າທີ່ການແພດຂອງປະເທດນີ້ຍັງຊອກບໍ່ໄດ້ເສັ້ນທາງຕິດແປດ. ບັນດາຕົວເລກສະຖິຕິຫຼ້າສຸດຂອງອົງການເຈົ້າໜ້າທີ່ຍີ່ປຸ່ນ ໄດ້ຊີ້ໃຫ້ເຫັນວ່າ, ສະເພາະວັນທີ 16 ກໍລະກົດ, ປະເທດນີ້ມີຜູ້ຕິດໂລກລະບາດໃໝ່ຕື່ມອີກ 622 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ