ໂລກລະບາດໂຄວິດ-19: ໂລກມີຜູ້ຕິດເຊື້ອໂຄວິດ-19 ກ່ວາ 16 ລ້ານຄົນ

(VOVWORLD) - ຕາມການສະຖິຕິຂອງເວັບໄຊ worldmeters-info ແລ້ວ, ໄລ່ຮອດ 6 ໂມງຂອງວັນທີ 26 ກໍລະກົດ (ຕາມເວລາ ຫວຽດນາມ), ໂລກໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ແມ່ນ 16.171.030 ຄົນ, ໃນນັ້ນ ມີ 647.353 ຄົນເສຍຊີວິດ. 
ໂລກລະບາດໂຄວິດ-19: ໂລກມີຜູ້ຕິດເຊື້ອໂຄວິດ-19 ກ່ວາ 16 ລ້ານຄົນ - ảnh 1 (ພາບປະກອບ/TTXVN)

ປະເທດ ອາເມລິກາ ສືບຕໍ່ນຳໜ້າໂລກກ່ຽວກັບຈຳນວນຜູ້ຕິດເຊື້ອ (ກ່ວາ 4,3 ລ້ານຄົນ) ແລະ ຜູ້ເສຍຊີວິດ (ເກືອບ 150.000 ຄົນ). ໃນ 24 ຊົ່ວໂມງຜ່ານມາ, ອາເມລິກາ ໄດ້ກວດພົບຜູ້ຕິດເຊື້ອລາຍໃໝ່ 60.549 ຄົນ ແລະ ມີ 830 ຄົນເສຍຊີວິດ.

          ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ 2 ແມ່ນປະເທດ ບຣາຊິນ ດ້ວຍຈຳນວນຜູ້ຕິດເຊື້ອໂຄວິດ-19 ແມ່ນ 2,4 ລ້ານຄົນ, ໃນນັ້ນ ມີ 86.449 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ