ໂລກ​ລະ​ບາດ Covid – 19: ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ຫຼາຍ​ກ່​ວາ 10,4 ລ້ານ​ຄົນ

(VOVWORLD) -ຕາມເວັບໄຊສະຖິຕິ Worldometer.infor, ໄລ່ຮອດເວລາ 8 ໂມງ ຕອນເຊົ້າວັນທີ 30 ມິຖຸນາ (ຕາມເວລາຫວຽດນາມ), ທົ່ວໂລກ ມີຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດ Covid – 19 ໄດ້ເພີ່ມຂຶ້ນເຖິງ 507.517 ຄົນໃນຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ທັງໝົດແມ່ນ 10.402.637 ຄົນ.
ໂລກ​ລະ​ບາດ Covid – 19: ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ຫຼາຍ​ກ່​ວາ 10,4 ລ້ານ​ຄົນ - ảnh 1

ພະນັກງານການແພດປິ່ນປົວໃຫ້ແກ່ຄົນເຈັບຕິດເຊື້ອພະຍາດ Covid – 19 ຢູ່ໂຮງໝໍ ຢູ່ ບຣາຊີນ

(ພາບ: AFP/TTXVN)

ປັດຈຸບັນ, ອາເມລິກາ ແມ່ນ ສະຖານທີ່ຖືກຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດຍ້ອນໂລກລະບາດ Covid – 19 ດ້ວຍ 2.681.775 ຄົນຕິດເຊື້ອ, ໃນນັ້ນມີ 128.777 ຄົນເສຍຊີວິດ. ຖັດມາແມ່ນ ບຣາຊີນ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 1.370.488 ຄົນ, ຜູ້ເສຍຊີວິດແມ່ນ 58.385 ຄົນ.

ໃນຂະນະນັ້ນ, ໂລກລະບາດຢູ່ທະວີບອາຟຼິກກາສືບຕໍ່ຜັນແປໄປຢ່າງສັບສົນ ພາຍຫຼັງຫຼາຍປະເທດໄດ້ຜ່ອນຜັນບັນດາມາດຕະການແຍກຫ່າງໃນສັງຄົມ. ສູນຄວບຄຸມ ແລະ ປ້ອງກັນ, ສະກັດກັ້ນໂລກລະບາດ ອາຟຼິກກາ (CDC) ໃຫ້ຮູ້ວ່າ ໄລ່ຮອດຕອນບ່າຍວັນທີ 29 ມິຖຸນາ, ທະວີບນີ້ ໄດ້ຢັ້ງຢືນວ່າ ຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 382.652 ຄົນ, ເພີ່ມຂຶ້ນ 11.104 ຄົນເມື່ອທຽບໃສ່ກັບມື້ກ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ