ໂລກ​ລະ​ບາດ Covid – 19: ອາ​ເມ​ລິ​ກາ​ຍັງ​ຄົງ​ແມ່ນຈຸດໃຈ​ກາງ​ຂອງໂລກ​ລະ​ບາດໃນ​ໂລກ

(VOVWORLD) -   ຕາມເວັບໄຊສະຖິຕິ Worldometers.info ໄລ່ຮອດເວລາ 6 ໂມງເຊົ້າຂອງວັນທີ 22 ມິຖຸນາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 9.031.789 ຄົນໃນນັ້ນມີ 469.526 ຄົນເສຍຊີວິດ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 4.795.421 ຄົນ.

ອາເມລິກາສືບຕໍ່ແມ່ນໃຈກາງຂອງເກີດໂລກລະບາດ ໃນໂລກ, ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 2.331.550 ຄົນ ແລະ ຈຳນວນຜູ້ເສຍຊີວິດແມ່ນ 122.003 ຄົນ, ຖັດຈາກອາເມລິກາແມ່ນ ບຣາຊິນດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 1.070.139 ຄົນ ແລະ ມີ 50.058 ຄົນເສຍຊີວິດ. ຖັດຈາກນັ້ນແມ່ນ ລັດເຊຍ, ອິນເດຍ, ອັງກິດ ແລະ ແອັດສະປາຍ.

        ແລະກໍ່ໃນຕອນເຊົ້າວັນທີ 22 ມິຖຸນາ, ຕາມຂໍ້ມູນຂ່າວສານຈາກ ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ Covid – 19 ຫວຽດນາມ ໃຫ້ຮູ້ວ່າ: ໄລ່ແຕ່ເວລາ 18 ໂມງຂອງວັນທີ 21 ມິຖຸນາ ມາຮອດ 6 ໂມງເຊົ້າວັນທີ 22 ມິຖຸນາ, ຫວຽດນາມບໍ່ມີຜູ້ຕິດເຊື້ອ Covid – 19 ໃໝ່ຕື່ມອີກ.

        ມາຮອດປັດຈຸບັນ, ຫວຽດນາມ ມີຍອດຈຳນວນຜູ້ຕິດເຊື້ອ Covid – 19 ແມ່ນ 349 ຄົນໃນນັ້ນມີ ຜູ້ຕິດເຊື້ອ 209 ຄົນແມ່ນມາຈາກຕ່າງປະເທດ ແລະໄດ້ຮັບການແຍກຕົວໃນທັນທີ ບໍ່ອາດຕິດແປດສູ່ຊຸມຊົນໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ