ໂລກລະບາດ Covid-19 ສົ່ງຜົນສະທ້ອນເຖິງການເຄື່ອນໄຫວເຂົ້າ - ອອກເມືອງຢູ່ຫຼາຍປະເທດ
(VOVWORLD) -ວັນທີ 26 ກຸມພາ, ລັດຖະບານຍີ່ປຸ່ນ ມີແຜນການປະກາດໃຊ້ຄຳສັ່ງຫ້າມບໍ່ໃຫ້ເຂົ້າເມືອງສຳລັບພົນລະເມືອງຕ່າງປະເທດ ກ່ອນທີ່ຈະເຂົ້າເມື່ອງຍີ່ປຸ່ນໄດ້ໄປນະຄອນ Daegu ແລະ ເມືອງ Cheangdo ຕິດກັບເຂດແດນຂຶ້ນກັບແຂວງທາງພາກເໜືອ Gyeongsang ເຊິ່ງແມ່ນຈຸດໃຈກາງເກີດໂລກລະບາດ Covid – 19 ຢູ່ສ.ເກົາຫຼີ.
ປະຊາຊົນຍິ່ປຸ່ນ ໃສ່ຜ້າອັດປາກ - ດັງເພື່ອຫຼີກລ້ຽງການຕິດແປດເຊື້ອພະຍາດ nCoV-19
(ພາບ: TTXVN)
|
ກ່ອນໜ້ານັ້ນ, ຍີ່ປຸ່ນໄດ້ຫ້າມເຂົ້າເມືອງສຳລັບຜົນລະເມືອງຕ່າງປະເທດທີ່ເຄີຍໄປແຂວງ ຫູເປີຍ ແລະ ແຂວງເຈື້ອຈຽງ ຂອງປະເທດຈີນ.
ໃນຂະນະນັ້ນ, ປັດຈຸບັດມີ 7 ປະເທດໃນໂລກລວມມີ: ອິດສະລາແອັນ, ຊາມົວ, ໄມໂຄຣນີເຊີຍ, ກີຣີບາຕີ, ໂກມໍ, ຕູວາລູ ແລະ ໝູ່ເກາະ ຊາໂລມົງ ໄດ້ຈັດວາງມາດຕະການຈຳກັດການເຂົ້າເມືອງສຳລັບພົນລະເມືອງຍີ່ປຸ່ນ ກໍ່ຄືພົນລະເມືອງປະເທດຕ່າງໆກ່ອນໜ້ານັ້ນໄດ້ໄປຍີ່ປຸ່ນ.
ຢູ່ເອີລົບ, ອີຕາລີ ແລະ ບາງປະເທດບ້ານໃກ້ເຮືອນຄຽງລວມມີ ໂອຕາລິດ, ກຣົວຊີ, ຝລັ່ງ, ເຢຍລະມັນ, ສະໂລວາມີ ແລະ ສະວິດ ໄດ້ຕົກລົງບໍ່ປິດປະຕູດ່ານຊ່າຍແດນ ໂດຍບໍ່ຫົວຊາຕໍ່ Covid – 19 ທີ່ພວມມີສັນຍານແຜ່ລະບາດໃນອີຕາລີ.