ໂສມ ງອັກລິງ ນັບມື້ນັບຢືນຢັນທີ່ຕັ້ງ “ສະໝູນໄພທີ່ລ້ຳຄ່າຂອງຫວຽດນາມ”
(VOVWORLD) -ການຮ່ວມມືດັ່ງກ່າວແມ່ນມຸ່ງໄປເຖິງກາລະໂອກາດເພື່ອໂຄສະນາຜະລິດຕະພັນໂສມ ງອັກລິງ ແລະ ພັດທະນາເຄື່ອງໝາຍການຄ້າອອກສູ່ຕະຫຼາດໂລກ
ຕົ້ນໂສມ ງອັກລິນ
(ພາບ: baodansinh.vn)
|
ຫວ່າງມໍ່ໆມານີ້, ບໍລິສັດຫຸ້ນສ່ວນຮ່າໂນ້ຍ 9497 ກຣຸບ JSC ແລະ ບໍລິສັດຫຸ້ນສ່ວນໂສມ ງອັກລິນກອນຕູມ ໄດ້ເຊັນສັນຍາຮ່ວມມືຍຸດທະສາດ. ຕາມນັ້ນແລ້ວ, 2 ຝ່າຍໄດ້ເປັນເອກະພາບບັນດາຍຸດທະສາດສື່ສານ, ໂຄສະນາ ດ້ວຍບັນດາເນື້ອໃນພັດທະນາຍູ້ແຮງການຂາຍຜະລິດຕະພັນທາງອອນລາຍໃນໄລຍະຈະມາເຖິງ.
ການຮ່ວມມືດັ່ງກ່າວແມ່ນມຸ່ງໄປເຖິງກາລະໂອກາດເພື່ອໂຄສະນາຜະລິດຕະພັນໂສມ ງອັກລິງ ແລະ ພັດທະນາເຄື່ອງໝາຍການຄ້າອອກສູ່ຕະຫຼາດໂລກ, ພິເສດແມ່ນໃນຕະຫຼາດການຄ້າເອເລກໂຕນິກຫວຽດນາມ ເຊິ່ງພວມແມ່ນໜຶ່ງໃນບັນດາຕະຫຼາດພັດທະນາໄວທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້. ຕາມບົດລາຍງານຂອງ eConomy SEA 2019 ໂດຍ Google ແລະ Temasek ປະກາດແລ້ວ, ຂອບຂະໜາດຕະຫຼາດການຄ້າເອເລກໂຕນິກຂອງຫວຽດນາມ ໃນຕົ້ນປີ 2020 ບັນລຸ 5 ຕື້ USD, ລະດັບເຕີບໂຕເພີ່ມຂຶ້ນເຖິງ 81%.
ໂດຍແມ່ນໜຶ່ງໃນບັນດາຊະນິດສະໝູມໄພລ້ຳຄ່າຂອງຫວຽດນາມ, ໂສມ ງອັກລິງ ມີປະລິມານການສະກັດ ແລະ ທາດບຳລຸງທີ່ສູງກວ່າຫຼາຍເມື່ອທຽບໃສ່ບັນດາໂສມຊະນິດອື່ນໆໃນໂລກ.