ໂອ​ກາດ ແລະ ທ່າ​ອ່ຽງ​ພັດ​ທະ​ນາ​ການ​ຮຽນ - ການ​ສອນ​ພາ​ສາ ອັງ​ກິດ ຢູ່ ຫວຽດ​ນາມ

(VOVWORLD) -   ໃນລະຫວ່າງວັນທີ 30 ແລະ 31 ມີນາ, ກອງປະຊຸມສຳມະນາ ELT Forum ຖືກຈັດຂຶ້ນຢູ່ ຫວຽດນາມ ດ້ວຍຫົວຂໍ້ “ສິ່ງທ້າທາຍ, ກາລະໂອກາດ ແລະ ທ່າອ່ຽງພັດທະນາວຽກງານການຮຽນ - ການສອນພາສາ ອັງກິດ ຢູ່ ຫວຽດນາມ’.
ໂອ​ກາດ ແລະ ທ່າ​ອ່ຽງ​ພັດ​ທະ​ນາ​ການ​ຮຽນ - ການ​ສອນ​ພາ​ສາ ອັງ​ກິດ ຢູ່ ຫວຽດ​ນາມ - ảnh 1 ທ່ານຮອງລັດຖະມົນຕີ ຫງວຽນຫືວໂດະ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ (ພາບ:  VOV5)

ຈຸດປະສົງຂອງການຈັດກອງປະຊຸມສໍາມະນາແມ່ນເພື່ອແນໃສ່ສ້າງເວທີປາໄສໃຫ້ແກ່ນັກສ້າງນະໂຍບາຍ, ນັກຄຸ້ມຄອງການສຶກສາ ແລະ ຫົວໜ່ວຍທີ່ເຂົ້າຮ່ວມຂົງເຂດການຮຽນ - ການສອນພາສາ ອັງກິດ ຢູ່ ຫວຽດນາມ ໄດ້ພົບປະແລກປ່ຽນແນວຄວາມຄິດ, ປຶກສາຫາລືກ່ຽວກັບແບບວິທີ, ຊອກຫາມາດຕະການໃຫ້ແກ່ການຮຽນ - ການສອນພາສາ ອັງກິດ ຢູ່ ຫວຽດນາມ. ນີ້ແມ່ນຄັ້ງທຳອິດທີ່ກອງປະຊຸມສຳມະນາ ELT Forum ຖືກຈັດຂຶ້ນຢູ່ ຫວຽດນາມ.

    ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຫວຽດນາມ ຫງວຽນຫືວໂດະ ໃຫ້ຂໍ້ສັງເກດວ່າ, ຂະແໜງການສຶກສາພວມຜ່ານຜ່າໂລກລະບາດໂຄວິດ - 19 ທີ່ເຕັມໄປດ້ວຍສິ່ງທ້າທາຍ, ຄວາມຫຍຸ້ງຍາກ ແຕ່ກໍເປີດໂອກາດໃໝ່ໃຫ້ແກ່ຄູອາຈານ, ນັກຮຽນ, ນັກສຶກສາ ແລະ ນັບທັງຜູ້ຄຸ້ມຄອງການສຶກສາອີກດ້ວຍ. ທ່ານຮອງລັດຖະມົນຕີ ຫງວຽນຫືວໂດະ ຫວັງວ່າ ນັກຄຸ້ມຄອງ, ນັກວິທະຍາສາດຈະປຶກສາຫາລື ແລະ ສະເໜີແນວຄວາມຄິດໃຫ້ແກ່ນະໂຍບາຍ, ແຜນນະໂຍບາຍ, ທິດທາງການຮຽນ - ການສອນພາສາ ອັງກິດ ຢູ່ ຫວຽດນາມ ໃນສະພາບການໃໝ່, ຕໍ່ໜ້າທ່າອ່ຽງ ແລະ ກາລະໂອກາດໃໝ່.

    ໂດຍແລກປ່ຽນທີ່ກອງປະຊຸມສຳມະນາ, ທ່ານ Marc Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ເພື່ອແນໃສ່ຊ່ວຍ ຫວຽດນາມ ຕອບສະໜອງໄດ້ຄວາມຕ້ອງການໃນການຮຽນ - ການສອນຢູ່ ຫວຽດນາມ, ທາງລັດຖະບານ ອາເມລິກາ ໄດ້ລົງທຶນແຫຼ່ງກຳລັງສຳຄັນຫຼາຍຢ່າງເພື່ອຊຸກຍູ້ການສອນພາສາອັງກິດ ຢູ່ ຫວຽດນາມ ກໍຄືໃນທົ່ວໂລກ./.

ທູຮັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ