ໂອລິມປິກເຄມີສາກົນ 2014: ຫວຽດນາມ ຍາດໄດ້ 2 ຫຼຽນຄຳ ແລະ 2 ຫຼຽນເງິນ
(ພາບ: http://plo.vn)
(vovworld) – ຕອນບ່າຍວັນທີ 28/7, ທີ່ພິທີອັດ ແລະ ມອບລາງວັນໂອລິມປິກເຄມີສາກົນຄັ້ງທີ 46 ປີ 2014, ມີນັກຮຽນຫວຽດນາມ 4 ຄົນໄດ້ຮັບລາງວັນສູງກ່ວາໝູ່. ໃນນັ້ນ, ມີ 2 ຄົນຍາດໄດ້ຫຼຽນຄຳ ແລະ 2 ຄົນຍາດໄດ້ຫຼຽນເງິນ. ນ້ອງຟ້າມມາຍເຟືອງ ແລະ ຟ້າມເງິນຢາງ ນັກຮຽນໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາຮ່າໂນ້ຍ-ອາມຊແຕກດາມ ຍາດໄດ້ຫຼຽນຄຳ. ນ້ອງດ່ວານກວກຮ່ວາຍນາມ ນັກຮຽນໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາເຫ້ວ ແລະ ນ້ອງໂດ້ຫວຽດຮຶງ ນັກຮຽນໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາເຈິ່ນຟູ-ຫາຍຟ່ອງຍາດໄດ້ຫຼຽນເງິນ./.