(vovworld) ຮູບແບບຈັດຕັ້ງ ແລະ ເຄື່ອນໄຫວຂອງສະພາລັດຖະທຳມະນູນຢູ່ບາງປະເທດ ແມ່ນເນື້ອໃນຂອງການໂອ້ລົມສົນທະນາໂດຍຄະນະບັນນາທິການຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຈັດຕັ້ງໃນຕອນເຊົ້າວັນທີ 03/05, ຢູ່ຮ່າໂນ້ຍ. ຕາມຄະນະບັນນາທິການແລ້ວ, ເລື່ອງຮັບປະກັນລັກສະນະປະສິດທິພາບສູງສຸດຂອງລັດຖະມຳມະນູນໃນລະບົບກົດໝາຍ ແລະ ຮັບປະກັນເພື່ອໃຫ້ທຸກໆຄົນໃນສັງຄົມເຄົາລົບ ແລະ ປະຕິບັດຂໍ້ກຳນົດຕ່າງໆຂອງລັດຖະທຳມະນູນຢ່າງເຂັ້ມງວດ ຍາມໃດກໍແມ່ນບັນຫາເຊິ່ງບັນດາປະເທດໃນໂລກມີຄວາມສົນໃຈ, ໃນນັ້ນມີຫວຽດນາມ. ເພື່ອສ້າງຕັ້ງກົນໄກປົກປ້ອງລັດຖະທຳມະນູນຢູ່ຫວຽດນາມ, ຮ່າງລັດຖະທຳມະນູນ (ສະບັບປັບປຸງ) ໄດ້ດຳນົດການສ້າງຕັ້ງສະພາລັດຖະທຳມະນູນ ເພື່ອແນໃສ່ສະໜອງຂໍ້ມູນຂ່າວສານຕື່ມອີກ ຮັບໃຊ້ວິວັດທະນາການປັບປຸງລັດຖະທຳມະນູນປີ 1992, ຄະນະບັນນາທິການໄດ້ເປັນຜູ້ຮັບຜິດຊອບການຄົ້ນຄວ້າ, ຮຽບຮຽງປື້ມເອກະສານທາບທາມກ່ຽວກັບສະພາລັດຖະທຳມະນູນຂອງບາງປະເທດໃນໂລກ. ເນື້ອໃນຂອງປື້ມດັ່ງກ່າວແມ່ນໂຄສະນາກ່ຽວກັບໂຄງປະກອບການຈັດຕັ້ງ ແລະ ແບບວິທີຂອງສະພາລັດຖະທຳມະນູນຂອງບັນດາປະເທດ ເມື່ອແກ້ໄຂບັນຫາທີ່ກ່ຽວຂ້ອງເຖິງເລື່ອງປົກປ້ອງລັດຖະທຳມະນູນ. ຈາກນັ້ນຈະຖອດຖອນບົດຮຽນທີ່ລຳ້ຄ່າເພື່ອຮັບໃຊ້ໃຫ້ແກ່ວຽກງານຄົ້ນຄ້ວາ, ກໍ່ສ້າງກົນໄກປົກປ້ອງລັດຖະທຳມະນູນຢູ່ຫວຽດນາມ ຜ່ານການປັບປຸງລັດຖະມຳມະນູນຄັ້ງນີ້.