(vovworld) - ໜ່ວຍຈັກທີ 1 ໃນກິດຈະກຳໂຮງງານໄຟຟ້ານ້ຳຕົກຈຽມຮ໋ວາ, ແຂວງຕວຽນກວາງ - ເຊິ່ງແມ່ນໂຮງງານໄຟຟ້ານ້ຳຕົກຂຽວແຫ່ງທຳອິດຂອງຫວຽດນາມຈະກຳເນີດໄຟຟ້າ ໃນທ້າຍເດືອນ 4 ນີ້. ໂຮງງານໄຟຟ້ານ້ຳຕົກແຫ່ງນີ້ ມີຍອດຈຳນວນທຶນກ່ວາ 1.700 ຕື້ດົ່ງ ໂດຍບໍລິສັດຫຸ້ນສ່ວນລົງທຶນກໍ່ສ້າງ ແລະ ການຄ້າສາກົນລົງທຶນ, ເມື່ອໄດ້ຮັບການກໍ່ສ້າງສຳເລັດແລ້ວ, ຈະມີ 3 ໜ່ວຍຈັກທີ່ມີກຳລັງກຳເນີດໄຟຟ້າ 48 mkw. ປະຈຸບັນ, ກິດຈະກຳໄດ້ກໍ່ສ້າງສຳເລັດແລ້ວກ່ວາ 90%. ຄາດວ່າ, ຮອດເດືອນ 10/2012, ໜ່ວຍຈັກສຸດທ້າຍຂອງໂຄງງານດັ່ງກ່າວສາມາດກຳເນີດໄຟຟ້າໄດ້.