ໂຮງລະຄອນສິລະປະຍຸກປະຈຸບັນຫວຽດນາມແລະໂຮງໝໍມິດຕະພາບຮັບນາມະຍົດວິລະຊົນແຮງງານ

ໂຮງລະຄອນສິລະປະຍຸກປະຈຸບັນຫວຽດນາມແລະໂຮງໝໍມິດຕະພາບຮັບນາມະຍົດວິລະຊົນແຮງງານ - ảnh 1
ໂຮງ​ໝໍ​ມິດ​ຕ​ະ​ພາບ​ຮັບ​ນາ​ມະ​ຍົດ​ວິ​ລະ​ຊົນ​ແຮງງານ
(ພາບ: cand)

(vovworld) –​ ຕອນ​ເຊົ້າ​ວັນ​ທີ 27/12, ໂຮງ​ໝ​ໍ​ມິດ​ຕະ​ພາບ​ຮ່າ​ໂນ​້ຍ ​ໄດ້​ຈັດ​ພິ​ທີ​ຕ້ອນ​ຮັບນາມມະ​ຍົດ​ວິ​ລະ​ຊົນ​ແຮງງານ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ, ທ່​າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ເຂົ້າ​ຮ່ວມ. ຕາງ​ໜ້າ​ໃຫ້ການ​ນຳ​ພັກ, ລັດ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ໄດ​້ມອບ​ນາມ​ມະ​ຍົດວິ​ລະ​ຊົນ​ແຮງງານ​ໃຫ້ໂຮງ​ໝ​ໍ​ມິດ​ຕະ​ພາບ​ຮ່າ​ໂນ​້ຍ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ເນັ້ນ​ໜັກ​ວ່າ.

      “ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ ເຕີບ​ໃຫ​ຍ່​, ພັດ​ທະ​ນາຢ່າງບໍ່​ຢຸດຢັ້ງ. ພວກ​ເຮົາ​ມີ​ຄວາມ​ເອກ​ອ້າງ​ຖ​ະ​ນົງ​ໃຈ​ ແຕ່ບໍ່​ຄວນ​ມີ​ສະ​ຕິ​ພຶງ​ພໍ​ໃຈ​ກ່ຽວ​ກັບ​ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້. ດ້ວຍ​ທີ່​ຕັ້ງ​ສຳ​ຄັນ​ໃນ​ລະ​ບົບ​ບັນ​ດາ​ໂຮງ​ໝໍ, ດ້ວຍ​ໜ້າ​ທີ່​ພິ​ເສດ​, ຄວາມ​ຮຽກ​ຮ້ອງວ​າງ​ອອກສຳ​ລັບໂຮງ​ໝໍ​ມິດ​ຕະ​ພາບ ນັບ​ມື້​ນັບ​ສູງ. ຄຽງ​ຄູ່​ກັບຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ໝູ່​ຄະ​ນະ ກໍ​ຕ້ອງໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ​ພິ​ເສດ​ຈາກ​ພັກ, ລັດ, ເຊິ່ງ​ໂດຍ​ກົງ​ແມ່ນ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ”.    
       ແລະ​ກໍ​ໃນ​ວັນ​ດຽວກັນ, ໂຮງ​ລະ​ຄອນ​ສິ​ລະ​ປະ​ຍຸກ​ປະ​ຈຸ​ບັ​ນ​ຫວຽດ​ນາມ ໄດ້​ຈັດ​ພິ​ທີ​ຕ້ອນ​ຮັບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ແຮງງ​ານ ຢ່າງ​ສົມ​ກຽດ. ​ທີ່​ພິ​ທີມອບ​ນາມ​ມະ​ຍົດ​ອັນ​ສູງ​ສົ່ງ​ນ​ີ້​ໃຫ້ໂຮງ​ລະ​ຄອນ​ສິ​ລະ​ປະ​ຍຸກ​ປະ​ຈຸ​ບັ​ນຫວຽດ​ນາມ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ອວຍ​ພອນ, ຍ້ອງຍ​ໍ​ບັນ​ດາ​ຜົນ​ງານ​ເຊິ່ງ​ໝູ່​ຄະ​ນະ​ໂຮ​ງ​ລະ​ຄອນ​ບັນ​ລຸ​ໄດ້​ໃນ​ຫຼາຍ​ປີ​ຜ່ານ​ມາ.

ຂ່າວ/ບົດ​ອື່ນ