ໃນ​ທົ່ວ​ໂລກມີ​​ຜູ້ເສຍ​ຊີ​ວິດເກືອບ​5.400 ຄົນຍ້ອນ​ໂລກ​ລະ​ບາດ Covid -19

(VOVWORLD) -ຕາມການອັບເດດໂດຍກົງຂອງເວັບໄຊສະຖິຕິຂໍ້ມູນຂອງໂລກ worldometers ແລ້ວ, ມາຮອດເວລາ 6 ໂມງເຊົ້າຂອງວັນທີ 14 ມີນາ, ມີ 136 ປະເທດແລະແຂດແຄ້ວນໄດ້ເກີດໂລກລະບາດ Covid – 19, ເຊິ່ງມີຜູ້ຕິດເຊື້ອ Covid – 19 ທັງໝົດແມ່ນຫຼາຍກ່ວາ 145.300 ຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 5.400 ຄົນ

ບັນດາຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ສ່ວນຫຼາຍແມ່ນເຕົ້າໂຮມຢູ່ປະເທດອີຕາລີ, ແອັດສະປາຍ, ອີຣານ, ເຢຍລະມັນ, ຝລັ່ງແລະອາເມລິກາ

ແລະກໍ່ໃນວັນທີ 14 ມີນາ, ຄະນະກຳມະການສາທາລະນະສຸກແຫ່ງຊາດ (NHC) ຈີນໄດ້ປະກາດວ່າໃນວັນທີ 13 ມີນາ, ປະເທດນີ້ໄດ້ກວດພົບຜູ້ຕິດເຊື້ອໄວຣັດ SARS – CoV- 2ໃໝ່ຕື່ມອີກ 11 ຄົນ, ຍົກຈຳນວນຜູ້ຕິດເຊື້ອໄວຣັດ SARS – CoV- 2ຂຶ້ນເປັນ 80.824 ຄົນ. 

ຕອບກັບ

ຂ່າວ/ບົດ​ອື່ນ