ໃນເດືອນມິຖຸນາຈະມີບັນດາຮູບແບບຈຳໜ່າຍຜະລິດຕະພັນກະເສດຮັບປະກັນຄວາມປອດໄພຕໍ່ໂລກລະບາດ

(VOVWORLD) -ບັນດາຮູບແບບເຊື່ອມຕໍ່ຈຳໜ່າຍຜະລິດຕະພັນກະເສດໄດ້ຮັບການສ້າງຕັ້ງຈາກຂັ້ນສູງກາງລົງຮອດຂັ້ນທ້ອງຖິ່ນ.
ໃນເດືອນມິຖຸນາຈະມີບັນດາຮູບແບບຈຳໜ່າຍຜະລິດຕະພັນກະເສດຮັບປະກັນຄວາມປອດໄພຕໍ່ໂລກລະບາດ - ảnh 1(ພາບປະກອບ: TTXVN)

ຕໍ່ໜ້າບັນດາຄວາມຫຍຸ້ງຍາກໃນການຈຳໜ່າຍຜະລິດຕະພັນກະເສດຢູ່ເຂດເກີດໂລກລະບາດໂຄວິດ-19, ໃນເດືອນ ມິຖຸນາ ນີ້, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ສົມທົບກັບສູນກາງສະຫະພັນແມ່ຍິງຫວຽດນາມ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ສ້າງບັນດາຮູບແບບຈຳໜ່າຍຜະລິດຕະພັນກະເສດໃຫ້ແກ່ຊາວກະສິກອນຢູ່ເຂດເກີດໂລກລະບາດ ທັງຮັບປະກັນຄຸນນະພາບຜະລິດຕະພັນກະເສດ, ທັງມີຄວາມປອດໄພຕໍ່ໂລກລະບາດ. ບັນດາຮູບແບບເຊື່ອມຕໍ່ຈຳໜ່າຍຜະລິດຕະພັນກະເສດໄດ້ຮັບການສ້າງຕັ້ງຈາກຂັ້ນສູງກາງລົງຮອດຂັ້ນທ້ອງຖິ່ນ.ພ້ອມກັນນັ້ນສະເໜີຕໍ່ລັດຖະບານ ໜູນຊ່ວຍບໍລິສັດຂົນສົ່ງຜະລິດຕະພັນກະເສດໃຫ້ຫຼາຍກວ່າ ເພື່ອປະກອບສ່ວນເຈລະຈອນສິນຄ້າໃນໄລຍະເກີດໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ