ໃນ 24 ຊົ່ວໂມງທີ່ຜ່ານມາ, ​ຫວຽດ​ນາມ ບໍ່ມີຜູ້ເສຍຊີວິດຍ້ອນຕິດເຊື້ອ ໂຄວິດ-19

(VOVWORLD) -ວັນທີ 9 ມິຖຸນານີ້, ມີຜູ້ຕິດເຊື້ອ  4.345 ຄົນທີ່ໄດ້ຮັບການປິ່ນປົວຫາຍດີ.
ໃນ 24 ຊົ່ວໂມງທີ່ຜ່ານມາ, ​ຫວຽດ​ນາມ ບໍ່ມີຜູ້ເສຍຊີວິດຍ້ອນຕິດເຊື້ອ ໂຄວິດ-19 - ảnh 1(ພາບປະກອບ: TTXVN)

ແຕ່ເວລາ 16 ໂມງຂອງວັນທີ 8 ມິຖຸນາ ຫາ 16 ໂມງຂອງວັນທີ 9 ມິຖຸນານີ້, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 802 ຄົນຢູ່ 45/63 ແຂວງ, ນະຄອນ. 

ວັນທີ 9 ມິຖຸນານີ້, ມີຜູ້ຕິດເຊື້ອ  4.345 ຄົນທີ່ໄດ້ຮັບການປິ່ນປົວຫາຍດີ,  ອັນໄດ້ຍົກຍອດຈຳນວນ ຜູ້ຕິດເຊື້ອ ທີ່ໄດ້ຮັບການປິ່ນປົວຫາຍດີຂຶ້ນເປັນ 9.535.998 ຄົນ. ໃນ 24 ຊົ່ວໂມງທີ່ຜ່ານມາ, ບໍ່ມີຜູ້ເສຍຊີວິດຍ້ອນຕິດເຊື້ອ ໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ