ໄຂກອງປະຊຸມຂັ້ນສູງອາຊີຕາເວັນອອກຄັ້ງທີ7ກ່ຽວກັບນະຄອນສິ່ງແວດລ້ອມຢ່າງໝັ້ນຄົງ
ໄຂກອງປະຊຸມຂັ້ນສູງອາຊີຕາເວັນອອກຄັ້ງທີ7
ກ່ຽວກັບນະຄອນສິ່ງແວດລ້ອມຢ່າງໝັ້ນຄົງ
(ພາບ: daibieunhandan)
(vovworld) – ກອງປະຊຸມຂັ້ນສູງອາຊີຕາເວັນອອກຄັ້ງທີ 7 ກ່ຽວກັບນະຄອນສິ່ງແວດລ້ອມຢ່າງໝັ້ນຄົງ, ຖືກໄຂຂຶ້ນຢູ່ຮ່າໂນ້ຍໃນວັນທີ 03/03, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາປະເທດຄື: ຍີ່ປຸ່ນ, ກຳປູເຈຍ, ອາເມລິກາ, ຫວຽດນາມ ພ້ອມກັບບັນດານັກຊ່ຽວຊານ, ນັກຄຸ້ມຄອງນະໂຍບາຍທີ່ມາຈາກຫຼາຍປະເທດອາຊີຕາເວັນອອກ. ກອງປະຊຸມຖືກດຳເນີນໃນສະພາບໂລກຫາກໍມີຫຼາຍເຫດການທີ່ສຳຄັນກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາແບບຍືນຍົງ, ພິເສດແມ່ນຂໍ້ຕົກລົງປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ເຊິ່ງໄດ້ຮັບການຮັບຮອງເອົາຈາກ 195 ປະເທດ.
ໃນການເຮັດວຽກແຕ່ວັນທີ 03 – 04/03, ບັນດາຜູ້ແທນໄດ້ແລກປ່ຽນ ປຶກສາຫາລືແບ່ງປັນບົດຮຽນ ຈາກນັ້ນຈະຊ່ວຍໃຫ້ບັນດາປະເທດສະມາຊິກເຄື່ອນໄຫວຢ່າງມີປະສິດທິຜົນກວ່າໃນການສ້າງຕັ້ງ ແລະ ຮັກສາເຄືອຂ່າຍນະຄອນຢ່າງໝັ້ນຄົງຂອງພາກພື້ນ. ຜ່ານນັ້ນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການບັນລຸຄາດໝາຍພັດທະນາແບບຍືນຍົງເວົ້າລວມ ແລະ ການກໍ່ສ້າງນະຄອນຢ່າງໝັ້ນຄົງເວົ້າສະເພາະ.