ໄຂກອງປະຊຸມຂອງກຳມາທິການບັນດາບັນຫາລັດຖະສະພາຂອງ APF
(ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລິວ)
(vovworld) – ຕອນເຊົ້າວັນທີ 27/04, ຢູ່ຮ່າໂນ້ຍ, ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມ ແລະ ຄະນະກຳມາທິການຫວຽດນາມໃນອົງການລັດຖະສະພາລະຫວ່າງບັນດາປະເທດໃຊ້ພາສາຝລັ່ງ (APF) ໄດ້ຈັດກອງປະຊຸມຂອງກຳມາທິການບັນດາບັນຫາລັດຖະສະພາຂອງ APF. ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລິວ ເນັ້ນໜັກວ່າ ສະພາແຫ່ງຊາດຫວຽດນາມ, ດ້ວຍບົດບາດສ້າງກົດໝາຍ, ຕິດຕາມກວດກາ ແລະ ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ, ດ້ວຍບົດບາດເປັນຜູ້ຕາງໜ້າສູງສຸດຂອງປະຊາຊົນ, ພວມຕັ້ງໜ້າປ່ຽນໃໝ່ບັນດາການເຄື່ອນໄຫວຂອງສະພາແຫ່ງຊາດ ຕາມທິດມີປະສິດທິຜົນ, ແທດຈິງກວ່າ, ບົດຈິດໃຈປະຊາທິປະໄຕ ແລະ ສິດອຳນາດນິຕິບັນຍັດ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ຊີ້ແຈ້ງວ່າ.
“ສະພາແຫ່ງຊາດຫວຽດນາມ ຕີລາຄາສູງທິດນຳ, ຈຸດປະສົງການເຄື່ອນໄຫວຂອງ APF. ດ້ວຍບັນດາການເຄື່ອນໄຫວແທດຈິງ, APF ໄດ້ເຂົ້າຮ່ວມການເຄື່ອນໄຫວຂອງປະຊາຄົມໃຊ້ພາສາຝລັ່ງຢ່າງຕັ້ງໜ້າ, ລິເລີ່ມ ແລະ ຜັນຂະຫຍາຍບັນດາການເຄື່ອນໄຫວຊຸກຍູ້ການຮ່ວມມືລະຫວ່າງລັດຖະສະພາ, ເພີ່ມທະວີການພົວພັນມິດຕະພາບ, ຄວາມສາມັກຄີລະຫວ່າງບັນດາລະບອບລັດຖະສະພາ. ດ້ວຍຖານະເປັນຮອງປະທານ APF, ຄະນະກຳມາທິການຫວຽດນາມ ໃນ APF ໄດ້ ແລະ ພວມມານະພະຍາຍາມເຂົ້າຮ່ວມບັນດາການເຄື່ອນໄຫວຂອງອົງການ ດ້ວຍຄວາມປາດຖະໜາວ່າ ເພີ່ມທະວີການພົວພັນມິດຕະພາບ, ແລກປ່ຽນວັດທະນະທຳ, ພ້ອມທັງຊຸກຍູ້ການຮ່ວມມື ແລະ ພ້ອມກັນພັດທະນາລະຫວ່າງບັນດາປະເທດສະມາຊິກ APF”.
ກໍ່ທີ່ວາລະໄຂກອງປະຊຸມ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ໃຫ້ຮູ້ວ່າ ສະພາແຫ່ງຊາດຫວຽດນາມ ໄດ້ເປັນເຈົ້າພາບຈັດຕັ້ງກອງປະຊຸມສະມັດສາໃຫຍ່ຄັ້ງທີ 132 ຢູ່ຮ່າໂນ້ຍ ໃນເດືອນ 03/2015. ທ່ານຮອງປະທານສະພາແຫ່ງຊາດ ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມຂອງກຳມາທິການບັນດາບັນຫາລັດຖະສະພາ APF ຈະປະກອບສ່ວນປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມື ແລະ ຄວາມສາມັກຄີລະຫວ່າງບັນດາປະເທດຍິ່ງກວ່າອີກ.