ໄຂກອງປະຊຸມຄັ້ງທີ 10 ຄະນະປະຈຳສະພາແຫ່ງຊາດ

ໄຂກອງປະຊຸມຄັ້ງທີ 10 ຄະນະປະຈຳສະພາແຫ່ງຊາດ - ảnh 1
​ກອງ​ປະຊຸມ​ຄັ້ງ​ທີ 10 ຄະ​ນະປະຈຳ​ສະພາ​ແຫ່ງ​ຊາດ
( ພາບ: CP )


(vovworld) -     ​ ຕອນ​ເຊົ້າ​ວັນ​ທີ 13/8, ຢູ່​ຮ່າ​ໂນ້ຍ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ໄດ້​ໄຂ​ກອງ​ປະຊຸມ​ຄັ້ງ​ທີ 10. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​ໃຫ້​ຮູ້​ວ່າ, ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​ຕິດຕາມ​ກວດກາ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ຂຸດ​ຄົ້ນ​ແຮ່​ທາດ ຕິດພັນ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ກ່ຽວ​ກັບ​ວຽກ​ງານ​ນິຕິບັນຍັດ ຄະ​ນະປະຈຳ​ສະພາ​ແຫ່ງ​ຊາດຈະ​ໃຫ້​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ທີ່​ສຳຄັນ, ຄຳ​ຄິດ​ຄຳ​ເຫັນ​ທີ່​ຍັງ​ແຕກ​ຕ່າງ​ກັນ​ຂອງ​ກົດໝາຍ​ວ່າ​ດວ້ຍ​ການ​ສະ​ສົມ​ແຫ່ງ​ຊາດ, ກົດໝາຍ​ວ່າ​ດ້ວຍສະຫະກອນ (ສະບັບ​ປັບ​ປຸງ), ກົດໝາຍ​​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້ມາດຕາຂອງ​ກົດໝາຍ​ວ່າ​ດ້ວຍທະນາຍຄວາມ, ກົດໝາຍ​ວ່າ​ດ້ວຍ​ໄພ​ຟ້າ, ກົດໝາຍ​ວ່າ​ດ້ວຍການ​ຄຸ້ມ​ຄອງ​ສ່ວຍ​ສາ​ອາກອນ. ພ້ອມ​ກັນ​ນັ້ນ,ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​ໃຫ້​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບຮ່າງ​ກົດໝາຍ​ອື່ນ​ອີກ 5 ສະບັບ. ຄະນະ​ປະຈຳ​ສະພ​າແຫ່ງ​ຊາດ ຈະ​ຕັ້ງຄຳ​ຊັກ​ຖາມ​ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ Nguyen Van Binh, ຜູ້ອຳ​ນວຍການ​ໃຫຍ່​ອົງການກວດກາ​ລັດຖະບານ Huynh Phong Tranh ​ແລະ ລັດຖະມົນຕີກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ​ ສັງຄົມ Pham Thi Hai Chuyen ກ່ຽວ​ກັບ​ບັນດາ​ບັນຫາທີ່​ຫາງ​ສຽງມີ​ຄວາມ​ສົນໃຈ​. ກອງ​ປະຊຸມ​ຄັ້ງ​ທີ 10 ຂອງ​ຄະນະ​ປຳຈຳ​ສະພາ​ແຫ່ງ​ຊາດ​ຈະ​ແກ່ຍາວ​ຮອດ​ວັນ​ທີ 22/8. ​ໃນ​ການ​ເຮັດວຽກ​​ເມື່ອຕອນ​ເຊົ້າ​ວັນ​ທີ 13/8, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກໍ​ຮັບ​ຟັງ ​ແລະ ​ໃຫ້​ຄຳຄິດ​ຄຳ​ເຫັນ​ກ່ຽວ​ກັບ​ບາງ​ບັນຫາ​ທີ່​ສຳຄັນ, ບັນຫາ​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ປັບປຸງ, ​ເພີ່ມ​ເຕີມ ບາງ​ຂໍ​້ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ທະນາຍຄວາມ; ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ກົມ​ແຂ່ງ​ຂັນ, ມອບ​ລາງວັນ ​ແລະ ວຽກ​ງານ​ການ​ເມືອງ​ຂ​ອງສານ​ປຊາ​ຊົນ​ສູງ​ສຸດ.

ຂ່າວ/ບົດ​ອື່ນ