ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 38 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ

(VOVWORLD) - ກອງປະຊຸມຄັ້ງທີ 38 ຂອງຄະນະປະຈຳສະພາແຫ່ງຊາດ ໄດ້ດຳເນີນແຕ່ວັນທີ 07 ຕຸລາ ຫາວັນທີ 10 ຕຸລາ ແລະ ວັນທີ 14 ຕຸລາ, ຢູ່ຫ້ອງປະຊຸມ ເຕິນຈ່າວ, ຫໍສະພາແຫ່ງຊາດ, ຮ່າໂນ້ຍ. 
ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 38 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ - ảnh 1ກອງປະຊຸມຄັ້ງທີ 37 ຂອງ ຄະນະປະຈຳສະພາແຫ່ງຊາດ (ພາບ: TTXVN)

ໃນກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນໃສ່ບັນດາຮ່າງກົດໝາຍ, ໃນນັ້ນມີ: ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ ແລະ ການລົງທຶນດ້ວຍທຶນຂອງລັດ ຢູ່ວິສາຫະກິດ; ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການເຄື່ອນໄຫວຕິດຕາມກວດກກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ; ຮ່າງກົດໝາຍວ່າດ້ວຍການອຸດສາຫະກຳເຕັກໂນໂລຢີດີຈີຕອນ; ຮ່າງກົດໝາຍວ່າດ້ວຍການລົງທຶນພາກລັດ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການວາງແຜນຜັງ...

        ຄະນະປະຈຳສະພາແຫ່ງຊາດ ກໍໄດ້ປະກອບຄຳເຫັນສຳລັບບັນດາບົດລາຍງານຂອງລັດຖະບານ ກ່ຽວກັບໝາກຜົນປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2024; ກະກຽມ ແຜນການພັດທະນາເສດຖະກິດ - ສັງຄົມ ປີ 2025; ປະກອບຄຳເຫັນສຳລັບບົດລາຍງານຂອງລັດຖະບານ ກ່ຽວກັບສະພາບການປະຕິບັດງົບປະມານແຫ່ງລັດ ປີ 2024, ແຜນງົບປະມານແຫ່ງລັດ, ແບບວິທີຈັດແບ່ງງົບປະມານສູນກາງປີ 2025; ປະກອບຄຳເຫັນໃສ່ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການຈັດຕັ້ງອຳນາດການປົກຄອງຕົວເມືອງຢູ່ນະຄອນ ຫາຍຟ່ອງ.

ຕອບກັບ

ຂ່າວ/ບົດ​ອື່ນ