ໄຂກອງປະຊຸມຄັ້ງທີ 7 ຄະນະກຳມະການ ສູນກາງແນວໂຮມ ປະເທດຊາດຫວຽດນາມ
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: vov)
(vovworld)- ຕອນເຊົ້າວັນທີ 13/1, ກອງປະຊຸມຄັ້ງທີ 7 ຄະນະກຳມະການສູນງກາງແນວໂຮມປະເທດຊາດຫວຽດນາມ ໄດ້ໄຂຂຶ້ນຢູ່ຮ່າໂນ້ຍ. ກ່າວຄຳເຫັນນະທີ່ນີ້, ທ່ານຫງວຽນທ້ຽນເຍິນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນງກາງແນວໂຮມປະເທດຊາດຫວຽດນາມ ໄດ້ເນັ້ນໜັກເຖິງຄວາມໝາຍສຳຄັນຂອງກອງປະຊຸມທີ່ມີຕໍ່ວຽກງານແນວໂຮມໃນປີ 2014 ແລະ ວຽກງານກະກຽມ, ຈັດຕັ້ງ ກອງປະຊຸມໃຫ່ຍຄັ້ງທີ 8 ແນວໂຮມປະເທດຊາດຫວຽດນາມ. ທ່ານຫງວຽນທ້ຽນເຍິນ ສະເໜີໃຫ້ບັນດາຜູ້ແທນປະກອບຄຳເຫັນກ່ຽວກັບສອງເນື້ອໃນສຳຄັນແມ່ນສືບຕໍ່ປ່ຽນໃໝ່ເນື້ອໃນ ແລະ ແບບວິທີເຄື່ອນໄຫວຂອງແນວໂຮມປະເທດຊາດຫວຽດນາມ.
ທີ່ວາລະໄຂກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງການແນະນຳມະຕິສູນກາງພັກຄັ້ງທີ 8 ຊຸດທີ 11 ກ່ຽວກັບການປ່ຽນໃໝ່ການສຶກສາ ແລະ ບຳລຸງສ້າງໂດຍພື້ນ ຖານ ແລະ ຮອບດ້ານ, ຕອບສະໜອງຄຳຮຽກຮ້ອງຫັນເປັນອຸດສາຫະກຳ ແລະ ທັນສະໄໝຕາມເງື່ອນໄຂເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມ ແລະ ເຊື່ອມໂຍງເຂົ້າກັບສາກົນ; ຮັບຟັງລາຍງານສະພາບເສດຖະກິດສັງຄົມປີ 2013 ແລະ ທິດທາງປະຕິບັດໜ້າທີ່ເສດຖະກິດສັງຄົມປີ 2014./.