ໄຂກອງປະຊຸມຄັ້ງທີ 8 ຄະນະປະຈຳສະພາແຫ່ງຊາດ
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເປັນປະທານຂອງປະຊຸມ
(ພາບ: TTXVN) |
(vovworld) - ຕອນເຊົ້າວັນທີ 14/03, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເປັນປະທານຂອງປະຊຸມຄັ້ງທີ 8 ຄະນະປະຈຳສະພາແຫ່ງຊາດ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ: ຄະນະປະຈຳສະພາແຫ່ງຊາດຈະປຶກສາຫາລືກ່ຽວກັບເລື່ອງຮັບເອົາ, ປັບປຸງຮ່າງກົດໝາຍ 5 ສະບັບ ເຊິ່ງສະພາແຫ່ງຊາດປະກອບຄຳເຫັນທີ່ກອງປະຊຸມສະໄໝສາມັນຄັ້ງທີ 2. ພ້ອມທັງ, ປະກອບຄຳເຫັນໃສ່ຮ່າງກົດໝາຍ 4 ສະບັບເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດທີ່ກອງປະຊຸມສະໄໝສາມັນຄັ້ງທີ 3 ຈະມາເຖິງ. ທ່ານນາງປະທານສະພາແຫ່ງຊາດ ຢືນຢັນວ່າ.
“ຄະນະປະຈຳສະພາແຫ່ງຊາດໄດ້ສົ່ງ 3 ເນື້ອໃນສູ່ກອງປະຊຸມຄັ້ງທີ 9 ນັ້ນແມ່ນ ເນື້ອໃນກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີ່ມບາງຂໍ້ມາດຕາຂອງປະມວນກົດໝາຍອາຍາເລກທີ 100 ເພື່ອຄົ້ນຄວ້າຕື່ມອີກ. ພວກຂ້າພະເຈົ້າພວມຈັດຕັ້ງການຮັບເອົາຄວາມເຫັນຂອງສະມາຊິກສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາອົງການທີ່ກ່ຽວຂ້ອງ ແລະ ເຊີນບັນດານັກຊ່ຽວຊານຄົ້ນຄວ້າຢ່າງລະອຽດ ກ່ອນທີ່ຈະຍື່ນສະເໜີ. ມີການເຄື່ອນໄຫວໜຶ່ງອີກນັ້ນແມ່ນ, ຕາມທຳມະດາພວກເຮົາຈະຈັດກອງປະຊຸມໃນເດືອນ 03 ນີ້ເພື່ອໃຫ້ບັນດາລັດຖະມົນຕີຕອບຄຳຊັກຖາມ, ແຕ່ຍ້ອນການປ່ຽນແປງແຜນປະຕິບັດວຽກງານ, ສະນັ້ນໄດ້ເປັນເອກະພາບນຳກັນຍ້າຍໄປສູ່ເດືອນ 04 ຈຶ່ງຈະປະຕິບັດ”.