ໄຊກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກຊຸດທີ 12
|
(vovworld)- ຕອນເຊົ້າວັນທີ 9/10, ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກຊຸດທີ 12 ໄດ້ໄຂຂຶ້ນຢູ່ນະຄອນຫລວງ ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເປັນປະທານກອງປະຊຸມ. ທີ່ກອງປະຊຸມຄັ້ງນີ້ ຄະນະບໍລິຫານງານສູນກາງ ໄດ້ປຶກສາຫາລື, ປະກອບຄຳເຫັນກ່ຽວກັບສະພາບການເສດຖະກິດສັງຄົມປີ 2016, ຄາດຄະເນແຜນການພັດທະນາເສດຖະກິດ ສັງຄົມປີ 2017, ວາງແຜນນະໂຍບາຍໃຫຍ່ເພື່ອປ່ຽນໃຫມ່ຮູບແບບເຕີບໂຕ, ຍົກສູງຄຸນນະພາບການເຕີບໂຕ, ສະມັດຕະພາບແຮງງານ, ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ. ກອງປະຊຸມກໍຈະປຶກສາຫາລືກ່ຽວກັບການປະຕິບັດວິວັດການເຊື່ອມໂຍງເຂົ້າກັບເສດຖະກິດໂລກຢ່າງມີປະສິດທິຜົນ, ຮັກສາສະຖຽນລະພາບດ້ານການເມືອງສັງຄົມໃນສະພາບການຫວຽດນາມ ເຂົ້າຮ່ວມບັນດາສັນຍາການຄ້າເສລີລຸ້ນໃຫມ່.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເນັ້ນຫນັກວ່າ: ກ່ຽວກັບສະພາບການເສດຖະກິດສັງຄົມປີ 2016, ສູນກາງຕ້ອງປືກສາຫາລື, ຕີລາຄາການພັດທະນາເສດຖະກິດສັງຄົມໃນ 9 ເດືອນຜ່ານມາຢ່າງພາວະວິໄສ, ຮອບດ້ານ ແລະ ຄາດຄະເນໄລຍະທ້າຍປີ. ພິເສດເອົາໃຈໃສ່ບັນດານະໂຍບາຍ, ມາດຕະການບຸກທະລຸເພື່ອຄວບຄຸມຫນີ້ສາທາລະນະ, ຫນີ້ເສຍ, ສ້າງໂຄງປະກອບງົບປະມານແຫ່ງລັດຄືນໃຫມ່, ຍູ້ແຮງການສ້າງໂຄງປະກອບການລົງທຶນຂອງລັດ, ບັນດາລັດວິສາຫະກິດ ແລະ ລະບົບທະນາຄານການຄ້າ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດເພື່ອລະດົມ ແລະ ນຳໃຊ້ບັນດາແຫລ່ງກຳລັງຢ່າງມີປະສິດທິຜົນ, ຮັບປະກັນການດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ.
ກ່ຽວກັບການປ່ຽນໃຫມ່ຮູບແບບການເຕີບໂຕ, ຍົກສູງຄຸນນະພາບການເຕີບໂຕ, ສະມັດຕະພາບແຮງງານ ແລະ ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເນັ້ນຫນັກວ່າ: ນີ້ແມ່ນບັນຫາມີຄວາມໝາຍຍຸດທະສາດ ແລະ ຄວາມສຳຄັນພິເສດ, ຕັດສິນຊີ້ຂາດຜົນສຳເລັດຂອງພາລະກິດປ່ຽນແປງໃຫມ່. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຢືນຢັນວ່າ:
“ສະເຫນີສູນກາງປຶກສາຫາລືກຳນົດຮູບແບບການເຕີບໂຕຢ່າງຈະແຈ້ງ ຄວນສູ້ຊົນສ້າງການປ່ຽນແປງໃຫມ່ເມື່ອທຽບໃສ່ຮູບແບບປະຈຸບັນ ແລະ ປະຕິບັດໃນໄລຍະ 3-5 ປີ ຈະມາເຖິງ, ວິໄສທັດຮອດປີ 2030; ບັນດາແຜນນະໂຍບາຍ, ມາດຕະການເສີມຂະຫຍາຍບົດບາດຂອງວິທະຍາສາດ ເຕັກໂນໂລຊີ, ຫັນປ່ຽນອົງປະກອບ ແລະ ຍົກສູງຄຸນນະພາບແຮງງານ, ລະດົມ ແລະ ນຳໃຊ້ບັນດາແຫລ່ງກຳລັງສັງຄົມຢ່າງມີປະສິດທິຜົນ, ພິເສດແມ່ນແຫລ່ງກຳລັງຈາກເສດຖະກິດພາກເອກະຊົນ.”
ກ່ຽວກັບການປະຕິບັດວິວັດການເຊື່ອມໂຍງເຂົ້າກັບສາກົນ, ທ່ານເລຂາທິການໃຫຍ່ ຊີ້ແຈ້ງວ່າ ໃນຊຸມປີມໍ່ໆມານີ້, ຫວຽດນາມ ປະຕິບັດສັນຍາການຄ້າເສລີລຸ້ນໃຫມ່ຫລາຍສະບັບ. ເລື່ອງປະຊາຄົມ ເສດຖະກິດ ອາຊຽນ ໄດ້ຮັບການສ້າງຕັ້ງເປັນທາງການ, ຜັນຂະຫຍາຍການປະຕິບັດສັນຍາການຄ້າເສລີກັບສເກົາຫລີ, ກັບສະຫະພັນເສດຖະກິດ ອາຊີ ເອີລົບ ພິເສດແມ່ນເລື່ອງລົງນາມ ແລະ ກະກຽມໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຂ້າມປາຊີຟີກ ແລະ ສັນຍາການຄ້າເສລີກັບ ອີຢູ ໄດ້ ແລະ ຈະເປີດກາລະໂອກາດຫລາຍຢ່າງ ແຕ່ກໍ່ວາງອອກຄວາມຫຍຸ້ງຍາກບໍ່ແມ່ນຫນ້ອຍ, ສິ່ງທ້າທາຍໃຫມ່, ບໍ່ພຽງແຕ່ກ່ຽວກັບດ້ານເສດຖະກິດເທົ່ານັ້ນ ຫາກນັບທັງການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ວັດທະນະທຳ ສັງຄົມອີກດ້ວຍ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງສະເຫນີ: ສູນກາງຕີລາຄາຮອບດ້ານ, ພາວະວິໄສ, ຮັບຮູ້ຢ່າງຊັດເຈນບັນດາກາລະໂອກາດ ແລະ ສິ່ງທ້າທາຍສຳລັບວິວັດການເຊື່ອມໂຍງເຂົ້າກັບເສດຖະກິດໂລກ ແລະ ພາລະກິດສ້າງສາ ປົກປັກຮັກສາປະເທດຊາດໃນໄລຍະ 5-10 ປີຈະມາເຖິງ.