ໄຂກອງປະຊຸມຊຸດທີ 49 ສະພາສິດທິມະນຸດສະຫະປະຊາຊາດ
(VOVWORLD) -ຄວາມບໍ່ສະເໝີພາບກ່ຽວກັບການສຳຜັດກັບວັກຊິນກັນໂຄວິດ-19 ສະແດງອອກເຖິງການຖືເບົາຢ່າງຈະແຈ້ງທີ່ສຸດສຳລັບສິດທິມະນຸດໃນທົ່ວໂລກ
ກອງປະຊຸມປະຈຳປີຄັ້ງທີ 49 ສະພາສິດທິມະນຸດສະຫະປະຊາຊາດ
(ພາບ: ohchr)
|
ວັນທີ 28 ກຸມພາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ ເຊີແນວ, ປະເທດ ສະວິດ, ໄດ້ໄຂກອງປະຊຸມປະຈຳປີຄັ້ງທີ 49 ສະພາສິດທິມະນຸດສະຫະປະຊາຊາດ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ເປັນຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ ແລະ ມີບົດກ່າວປາໄສທາງໄກທີ່ກອງປະຊຸມຂັ້ນສູງຂອງຊຸດນີ້.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ເນັ້ນໜັກວ່າ ຄວາມບໍ່ສະເໝີພາບກ່ຽວກັບການສຳຜັດກັບວັກຊິນກັນໂຄວິດ-19 ສະແດງອອກເຖິງການຖືເບົາຢ່າງຈະແຈ້ງທີ່ສຸດສຳລັບສິດທິມະນຸດໃນທົ່ວໂລກ, ຍ້ອນເຫດນັ້ນ, ຕ້ອງຮັບປະກັນການສຳຜັດກັບວັກຊິນຢ່າງສະເໝີພາບ. ທ່ານຮຽກຮ້ອງໃຫ້ລັດຖະບານບັນດາປະເທດ, ບໍລິສັດການຢາ ແລະ ຄູ່ຮ່ວມມື ຕ້ອງໜູນຊ່ວຍດ້ານການເມືອງ ແລະ ເງິນຕາຢ່າງຮີບດ່ວນໃຫ້ແກ່ຍຸດທະສາດສັກຊັກວິນທົ່ວໂລກຂອງອົງການອະນາໄມໂລກ (WHO) ເພື່ອແນໃສ່ບັນລຸໄດ້ເປົ້າໝາຍປະຊາຊົນໃນທົ່ວໂລກ 70% ໄດ້ຮັບການສັກວັກຊິນ.