ໄຂກອງປະຊຸມປະຈຳປີ APPF-29

(VOVWORLD) -ຫວຽດນາມ ສືບຕໍ່ຢືນຢັນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ
ໄຂກອງປະຊຸມປະຈຳປີ APPF-29 - ảnh 1(ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ)

ຕອນເຊົ້າວັນທີ 14 ທັນວາ, ໄດ້ໄຂກອງປະຊຸມປະຈຳປີເວທີປາໄສລັດຖະສະພາອາຊີ - ປາຊີຟິກ ຄັ້ງທີ 29 (APPF-29) ໂດຍສະພາແຫ່ງຊາດ ສ.ເກົາຫຼີ ເປັນເຈົ້າພາບຈັດຕັ້ງ, ເຊິ່ງດຳເນີນຕາມແບບທາງໄກ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ເປັນຫົວໜ້າຄະນະເຂົ້າຮ່ວມ.

        ກ່າວຄຳເຫັນດ້ວຍວີທີອັດເທບວີດີໂອທີ່ວາລະປະຊຸມຄົບຄະນະຄັ້ງທຳອິດກ່ຽວກັບບັນດາບັນຫາການເມືອງ ແລະ ຄວາມໝັ້ນຄົງ ດ້ວຍຫົວຂໍ້: “ບົດບາດຂອງລັດຖະສະພາຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ”, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່າ: ຫວຽດນາມ ສືບຕໍ່ຢືນຢັນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ; ຍົກລະດັບ ແລະ ເປັນເຈົ້າການປະກອບສ່ວນໃຫ້ແກ່ການຮ່ວມມືຫຼາຍຝ່າຍ ມຸ່ງໄປເຖິງເປົ້າໝາຍລວມແມ່ນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ.

        “ເພີ່ມທະວີການຮ່ວມມືຫຼາຍຝ່າຍເພື່ອແນໃສ່ສະກັດກັ້ນບັນດາຄວາມສ່ຽງປະທະກັນ, ຊອກຫາມາດຕະການແກ້ໄຂສຳລັບບັນຫາຄວາມໝັ້ນຄົງ, ການຂັດແຍ້ງກັນໂດຍສັນຕິວີທີ, ເພີ່ມທະວີການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ອົດກັ້ນບໍ່ໃຫ້ມີການກະທຳພຽງລຳພັງຝ່າຍດຽວ ແລະ ເຄົາລົບກົດໝາຍສາກົນ; ຮຽກຮ້ອງບັນດາລັດຖະສະພາສະມາຊິກ APPF ຮ່ວມມືກັນ ເພື່ອແນໃສ່ຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ເຄົາລົບກົດໝາຍຢູ່ບັນດາເຂດທະເລ ແລະ ມະຫາສະມຸດ ໃນນັ້ນມີການສ້າງທະເລຕາເວັນອອກໃຫ້ກາຍເປັນເຂດທະເລສັນຕິພາບ, ມິດຕະພາບ, ຮ່ວມມື, ຮັກສາຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີໃຫ້ເໝາະສົມກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS)”.

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຖືວ່າ, ຄວນເພີ່ມທະວີການຮ່ວມມືລະຫວ່າງລັດຖະສະພາໃນບັນດາບັນຫາສິ່ງທ້າທາຍແບບໃໝ່ອື່ນ ໃນນັ້ນມີການປ່ຽນແປງຂອງດິນຟ້າອາກາດ.

        “ຊຸກຍູ້ການຮ່ວມມື ຖືມະນຸດເປັນໃຈກາງ ແລະ ມຸ່ງໄປເຖິງປະຊາຊົນ ດ້ວຍວິທີຮັບປະກັນບັນດາປັດໄຈຄວາມໝັ້ນຄົງມະນຸດ, ແບ່ງປັນຜົນປະໂຫຍດການຮັບປະກັນຊິວິດສັງຄົມຈາກວິວັດທະນາການພັດທະນາເສດຖະກິດ, ຮັບປະກັນໃຫ້ທຸກພາກສ່ວນໃນສັງຄົມ ໂດຍສະເພາະແມ່ນແມ່ຍິງ, ເດັກນ້ອຍ, ຜູ້ອາຍຸສູງ ແລະ ກຸ່ມມີຄວາມສ່ຽງສູງໄດ້ຮັບຜົນປະໂຫຍດຢ່າງຈະແຈ້ງຈາກການຄ້າ, ການລົງທຶນເສລີ, ເປີດກວ້າງ ແລະ ວິວັດທະນາການເຊື່ອມໂຍງທາງດ້ານເສດຖະກິດຍຸຕິທຳ, ນຳມາເຊິ່ງຜົນປະໂຫຍດ ລວມໃຫ້ທຸກຝ່າຍ”.

ຕອບກັບ

ຂ່າວ/ບົດ​ອື່ນ