ໄຂກອງປະຊຸມປະທານສະພາແຫ່ງຊາດບັນດາປະເທດອາຊີ - ເອີລົບຄັ້ງທີ 4
(VOVWORLD) -ຕອນເຊົ້າວັນທີ 24 ກັນຍາ, ກອງປະຊຸມປະທານສະພາແຫ່ງຊາດບັນດາປະເທດອາຊີ - ເອີລົບຄັ້ງທີ 4 (MSEAP 4) ໄດ້ໄຂຂຶ້ນຢູ່ນະຄອນຫຼວງ Nur Sultan, ປະເທດ ກາຊັກສະຖານ. ດ້ວຍຫົວຂໍ້ລວມຂອງກອງປະຊຸມແມ່ນ: “ມະຫາອາຊີ - ເອີລົບ: ເຈລະຈາ, ຄວາມໄວ້ເນື້ອເຊື່ອໃຈ, ຄູ່ຮ່ວມມື”.
ທ່ານນາງຕ່ອງທິຟ໊ອງ ຮອງປະທານ, ຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມຕາງໜ້າໃຫ້ແກ່ ຫວຽດນາມເຂົ້າຮ່ວມ ກອງປະຊຸມ (ພາບ: TTXVN) |
ເຂົ້າຮ່ວມກອງປະຊຸມມີ 65 ຄະນະຜູ້ແທນສະພາແຫ່ງຊາດ/ລັດຖະສະພາ ບັນດາປະເທດ ອາຊີ ແລະ ເອີລົບ ພ້ອມກັບຜູ້ຕາງໜ້າຂອງ 14 ອົງການຈັດຕັ້ງສາກົນ ແລະ ລະຫວ່າງລັດຖະສະພາ. ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມໂດຍທ່ານນາງຕ່ອງທິຟ໊ອງ ຮອງປະທານ, ຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ນຳໜ້າໄດ້ເຂົ້າຮ່ວມກອງປະຊຸມ.
ທີ່ MSEAP 4, ບັນດາປະເທດໄດ້ປຶກສາຫາລືກ່ຽວກັບມາດຕະການຮັບປະກັນຄວາມໝັ້ນຄົງ ແລະ ພັດທະນາ ຢ່າງມີສະຖຽນລະພາບໃນ ພາກພື້ນອາຊີ - ເອີລົບ, ການປະຕິບັດບັນດາໂຄງການຮ່ວມສຳພັນເສດຖະກິດໃຫຍ່ໃນສະຕະວັດ XXI. ນອກຈາກ 4 ວາລະປະຊຸມຄົບຄະນະແລ້ວ, ໃນຂອບເຂດກອງປະຊຸມກໍ່ດຳເນີນການພົບປະສອງຝ່າຍນັບເປັນສິບຄັ້ງ ເພື່ອໃຫ້ສະພາແຫ່ງຊາດບັນດາປະເທດແລກປ່ຽນບົດຮຽນດ້ານນິຕິກຳ, ສົມທົບຄວາມມານະພະຍາຍາມແລະ ມີການກະທຳ ເພື່ອແນໃສ່ຍົກສູງວັດທະນະຖາວອນ ໃຫ້ແກ່ປະຊາຊົນ.