ບັນດາລັດຖະມົນຕີການຕ່າງປະເທດເຂົ້າຮ່ວມກອງປະຊຸມ
(ພາບ: ສຳນັກຂ່າວສານ ຫວຽດນາມ)
(vovworld) – ຕອນເຊົ້າວັນທີ 24/7, ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 49 (AMM 49) ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ, ພາຍໃຕ້ການເປັນປະທານຂອງລາວ, ເຊິ່ງແມ່ນປະເທດປະທານໝູນວຽນອາຊຽນ ໃນປີ 2016. ເຂົ້າຮ່ວມກອງປະຊຸມ ມີບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ, ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມີງ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມີງ ເຂົ້າຮ່ວມກອງປະຊຸມ.
ໃນບົດກ່າວປາໄສໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ເນັ້ນໜັກວ່າ: AMM 49 ແລະ ບັນດາກອງປະຊຸມປີນອ້ອມຖືກດຳເນີນໄປໃນຈຸດເວລາເມື່ອ ອາຊຽນ ສຸມໃສ່ທຸກໆຄວາມມານະພະຍາຍາມຜັນຂະຫຍາຍວິໄສທັດ ອາຊຽນ 2025 ແລະ ເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືພາຍນອກດ້ວຍບົດບາດໃຈກາງຂອງ ອາຊຽນ. ນອກຈານັ້ນ, ສະພາບການພາກພື້ນ ແລະ ສາກົນ ສືບຕໍ່ມີການປ່ຽນແປງຢ່າງວ່ອງໄວນຳມາເຊິ່ງກາລະໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງ. ຫຼາຍພາກພື້ນໃນໂລກພວມຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງທີ່ເຄີຍມີມາ ແລະ ບໍ່ເຄີຍມີມາກ່ອນຄືບັນດາການຂັດແຍ້ງກັນກ່ຽວກັບອະທິປະໄຕ, ລັດທິກໍ່ການຮ້າຍ ແລະ ຫົວຮຸນແຮງ… ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ ລາວ ສະເໜີບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ບັນດາປະເທດຄູ່ເຈລະຈາຈະມີການແລກປ່ຽນກົງໄປກົງມາ ແລະ ສ້າງສັນເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນຄັ້ງທີ 28, 29 ແລະ ບັນດາກອງປະຊຸມປີນອ້ອມທີ່ຈະຈັດຂຶ້ນໃນຕົ້ນເດືອນ 9 ຢູ່ວຽງຈັນ, ກໍ່ຄືປະກອບສ່ວນຮັກສາ ແລະ ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຢູ່ພາກພື້ນ ແລະ ຢູ່ໃນໂລກ.