ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດG-7ຢູ່ຍີ່ປຸ່ນ
ກອງປະຊຸມລັດຖະມົນຕີວ່າການກະຊວງການຕ່າງປະເທດກຸ່ມ
ບັນດາປະເທດ ອຸດສາຫະກຳພັດທະນາແຖວໜ້າ G7
(ພາບ: RTV)
(vovworld) - ວັນທີ 10/04, ກອງປະຊຸມລັດຖະມົນຕີວ່າການກະຊວງການຕ່າງປະເທດກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າ (G7) ຖືກໄຂຂຶ້ນຢູ່ນະຄອນ Hiroshima ຂອງ ຍີ່ປຸ່ນ. ກອງປະຊຸມດຳເນີນເປັນເວລາ 2 ວັນ. ບັນດາລັດຖະມົນຕີການຕ່າງປະເທດເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບບັນດາບັນຫາຮີບດ່ວນໃນທົ່ວໂລກ, ຄືສະພາບການຢູ່ຕາເວັນອອກກາງ, ວິວິດການຊາວອົບພະຍົບຢູ່ ເອີລົບ, ການປະທະກັນຢູ່ພາກຕາເວັນອອກ ຢູແຫຼນ ແລະ ການສູ້ຮົບຕ້ານກໍ່ການຮ້າຍ. ນອກຈາກນັ້ນ, ປະເທດເຈົ້າພາບ ຍີ່ປຸ່ນ ກໍ່ຢາກຍົກອອກບັນດາຄວາມວິຕົກກັງວົນອື່ນໆຄື ຄວາມເຄັ່ງຕຶງເພີ່ມຂຶ້ນຍ້ອນການຂັດແຍ້ງຜືນແຜ່ນດິນຢູ່ທະເລຕາເວັນອອກ ແລະ ໄພນາບຂູ່ນິວເຄຼຍຂອງ ສປປ.ເກົາຫຼີ. ທ່ານ Fumio Kishida ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຍີ່ປຸ່ນ ຫວັງວ່າ ກອງປະຊຸມຈະອອກ “ຖະແຫຼງການ Hiroshima ” ເພື່ອຊຸກຍູ້ວິວັດການລົບລ້າງນິວເຄຼຍ. ກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດນີ້ ກໍ່ແນໃສ່ກະກຽມໃຫ້ກອງປະຊຸມສຸດຍອດ G-7 ປະຈຳປີ ເຊິ່ງຄາດວ່າ ຈະດຳເນີນໃນລະຫວ່າງວັນທີ 26 – 27/05 ຢູ່ Ise – Shima ຍີ່ປຸ່ນ. ກຸ່ມ G-7 ລວມມີ: ອັງກິດ, ຝະລັ່ງ, ອາເມລິກາ, ການາດາ, ເຢຍລະມັນ, ອີຕາລີ ແລະ ຍີ່ປຸ່ນ.