(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 29/7 (ຕາມເວລາ ຫວຽດນາມ), ລັດຖະມົນຕີວ່າການກະຊວງການຄ້າບັນດາປະເທດເຂົ້າຮ່ວມການເຈລະຈາສັນຍາຄູ່ຮວມມືຂ້າມປາຊີຟີກ (TPP) ໄດ້ເລີ່ມດຳເນີນຮອບເຈລະຈາໃໝ່ຢູ່ Hawaii, ປະເທດ ອາເມລິກາ. ນີ້ໄດ້ຖືວ່າແມ່ນກາລະໂອກາດສຸດທ້າຍ ເພື່ອໃນ 12 ປະເທດບັນລຸໄດ້ຂໍ້ຕົກລົງໃນປີນີ້, ກ່ອນທີ່ປະເທດ ອາເມລິກາ ກ້າວເຂົ້າສູ່ການເລືອກຕັ້ງປີ 2016. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ຫວູຮຸຍຮ່ວາງ ນຳໜ້າ. ໄດ້ເຂົ້າຮ່ວມຮອບເຈລະຈາເປັນເວລາ 4 ວັນນີ້ຄາດວ່າ: ຈະສຸມໃສ່ເຂົ້າໃນບັນຫາຫຍຸ້ງຍາກທີ່ຍັງຄົງຄ້າງລະຫວ່າງບັນດາປະເທດຄື: ຂໍ້ກຳນົດກ່ຽວກັບສິດຊັບສິນທາງປັນຍາ, ການເຄື່ອນໄຫວຂອງບັນດາວິສາຫະກິດ, ບັນດາມາດຕາກ່ຽວກັບຕະຫລາດແຮງງານ ແລະ ປົກປັກຮັກສາສິ່ງແວດລ້ອມ, ແກ້ໄຂບັນດາການຂັດແຍ້ງ…ໜຶ່ງໃນບັນດາຈຸດສຸມທີ່ສຳຄັນຂອງຮອບເຈລະຈາຄັ້ງນີ້ແມ່ນ ເລື່ອງ ອາເມລິກາ ແລະ ຍີ່ປຸ່ນ ຊຶ່ງແມ່ນ 2 ຄູ່ຮ່ວມມືໃຫຍ່ທີ່ສຸດໃນ TPP ຈະສາມາດອັດຄືນບັນດາການເຈລະຈາກ່ຽວກັບການແຊກຊຶມເຂົ້າຕະຫລາດຜະລິດຕະພັນກະເສດ ແລະ ລົດໂອໂຕຂອງກັນຫລືບໍ່.