(vovworld) - ກອງປະຊຸມລັດຖະມົນຕີເສດຖະກິດບັນດາປະເທດອາຊຽນຄັ້ງທີ 44 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຖືກດຳເນີນໄປໃນລະຫວ່າງວັນທີ 27 – 31/8 ຢູ່ນະຄອນທ່ອງທ່ຽວ Siem Reap ແຫ່ງລາຊະອານາຈັກກຳປູເຈຍ. ບັນດາລັດຖະມົນຕີເສດຖະກິດອາຊຽນ ໄດ້ສຸມໃສ່ປຶກສາຫາລືມາດຕະການ ແລະ ແຜນການຊຸກຍູ້ການເຊື່ອມໂຍງເຂົ້າກັບເສດຖະກິດພາຍໃນກຸ່ມ, ມຸ່ງໄປເຖິງເປົ້າໝາຍສ້າງປະສາຄົມເສດຖະກິດອາຊຽນໃນປີ 2015. ກ່າວຄຳເຫັນທີ່ກອງປະຊຸມ ເມື່ອຕອນເຊົ້າວັນທີ 27/8, ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen ໄດ້ຊີ້ແຈ້ງ ບັນດາບຸລິມະສິດຂອງກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 44 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ໃນນັ້ນໃຫ້ບຸລິມະສິດອັນດັບໜຶ່ງແມ່ນຊຸກຍູ້ການກໍ່ສ້າງປະສາຄົມເສດຖະກິດອາຊຽນ ໃນປີ 2015, ທີ່ສອງແມ່ນຮັກຮາ ແລະ ປັບປຸງບົດບາດໃຈກາງຂອງອາຊຽນ ໃນໂຄງປະກອບຮ່ວມມືເສດຖະກິດພາກພື້ນ.