ໄຂກອງປະຊຸມລັດຖະມົນຕີ ກະຊວງການເງິນອາຊຽນ ຄັ້ງທີ 16
Manh Hiep ນັກຂ່າວ VOV ປະຈຳ ກຳປູເຈຍ -  
ປະຊຸມລັດຖະມົນຕີກະຊວງການເງິນອາຊຽນ ຄັ້ງທີ 16
(ພາບ:baomoi.com)
( vovworld ) – ວັນທີ 30/3, ກອງປະຊຸມລັດຖະມົນຕີກະຊວງການເງິນອາຊຽນ ຄັ້ງທີ 16 (AFMM16) ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ໂດຍມີການເຂົ້າຮ່ວມຂອງທ່ານລັດຖະມົນຕີກະຊວງການເງິນບັນດາປະເທດອາຊຽນ, ທ່ານເລຂາທິການໃຫ່ຍອາຊຽນ, ຜູ້ຕາງໜ້າທະນາຄານພັດທະນາອາຊີ, ທະນາຄານໂລກ, ກອງທຶນເງິນຕາສາກົນ… ທ່ານຮອງລັດຖະມົນຕີກະຊວງການເງິນຫວຽດນາມ Truong Chi Trung ໄດ້ນຳໜ້າຄະນະຜູ້ແທນກະຊວງການເງິນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ໄດ້ຢືນຢັນວ່າ: ກອງປະຊຸມລັດຖະມົນຕີກະຊວງການເງິນອາຊຽນ ຄັ້ງທີ 16 ແມ່ນໂອກາດເພື່ອໃຫ້ບັນດາປະເທດອາຊຽນ ຍູ້ແຮງວິວັດການຮ່ວມມື, ປັບປຸງພື້ນຖານການເງິນ, ເສດຖະກິດຂອງແຕ່ລະປະເທດ ແລະ ພາກພື້ນ. ທ່ານນາຍົກລັດຖະມົນຕີ Hun Sen ສະເໜີໃຫ້ບັນດາທ່ານລັດຖະມົນຕີກະຊວງການເງິນອາຊຽນ ຈົ່ງຍົກອອກບັນດານະໂຍບາຍ ແລະ ມາດຕະການໃໝ່ ເພື່ອຍົກສູງຄວາມໄວ້ເນື້ອເຊື່ອໃນໃນຕະຫຼາດ, ຮັກສາພື້ນຖານເສດຖະກິດ, ການເງິນພາກພື້ນເປັນປົກກະຕິ ດ້ວຍເລື່ອງສືບຕໍ່ແລກປ່ຽນຄຳເຫັນ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນ ກັບບັນດາອົງການການເງິນສຳຄັນ. ທີ່ກອງປະຊຸມ, ບັນດາທ່ານລັດຖະມົນຕີກະຊວງການເງິນອາຊຽນ ໄດ້ລົງນາມໃນສັນຍາພາສີອາຊຽນ ສະບັບປັບປຸງ ເພື່ອແນໃສ່ເພີ່ມທະວີການປະຕິບັດບັນດາການບໍລິການພາສີໃນພາກພື້ນ.
Manh Hiep ນັກຂ່າວ VOV ປະຈຳ ກຳປູເຈຍ