ໄຂກອງປະຊຸມສຸດຍອດອາຊຽນຢູ່ລາວ

ໄຂກອງປະຊຸມສຸດຍອດອາຊຽນຢູ່ລາວ - ảnh 1
(ໄຂກອງປະຊຸມສຸດຍອດອາຊຽນຢູ່ລາວ)

(vovworld) – ຕອນ​ບ່າຍ​ວັນ​ທີ 06/09, ກອງ​ປະ​ຊຸມ​ສຸດຍອດອາ​ຊຽນ ຄັ້ງ​ທີ 28 – 29 ຖ​ືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ, ປະ​ເທ​ດ​ລາວ, ດ້ວຍ​ຫົວ​ຂ​ໍ້“​ຫັນວິ​ໄສ​ທັດ​ໃຫ້​ເປັນ​ຮູບ​ປະ​ທຳ​ ເພື່ອ​ຄວາມ​ເຂັ້ມ​ແຂງ​ຂ​ອງປະ​ຊາ​ຄົມ​ອາ​ຊຽນ”. ໃນ​ສູນ​ທອນ​ພົດ​ໄຂ​ກອ​ງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາ​ວ ທອງ​ລຸນ ສີ​ສຸ​ລິດ ເນັ້ນ​ໜັກ​ວ່າ.

        “ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 28 – 29 ຄັ້ງ​ນີ້ ບໍ່​ພຽງ​ແຕ່​ຖືກ​ດຳ​ເນີນ​ໃນ​ສະ​ພາບ​ການ​ໃໝ່, ດ້ວຍ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ສຳ​ລັບອາ​ຊຽນ, ເມື່ອ​ປະ​ຊາ​ຄົມ​ອາ​ຊຽນ ສຸມ​ໃສ່​ຈັດ​ຕັ້ງ​ການ​ປະ​ຕ​ິ​ບັດ​ວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ 2025 ແລະ ຮັດ​ແໜ້ນການ​ຮ່ວມ​ມື​ກັບ​ພາຍ​ນອກເທົ່າ​ນັ້ນ, ຫາກຍັງ​ຖືກ​ດຳ​ເນີນ​ໃນ​ສະ​ພາບ​ພາກ​ພື້​ນ ແລະ ສາ​ກົນ​ພວມ​ມີ​ການ​ຜັນ​ແປ​ສັບ​ສົນ​ຫຼາຍ​ຢ່າງອ​ີກ​ດ້ວຍ. ສະ​ນັ້ນ, ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ຄັ້ງ​ນີ້ ແມ່ນ​ກາ​ລ​ະ​ໂອກາດ​ເພື່ອ​ໃຫ້​ບັດ​ດາ​ການ​ນຳ​ອາ​ຊຽນ ແລກ​ປ່ຽນ, ປຶກ​ສາ​ຫາ​ລື ແລະ ຍົກ​ອອກ​ການ​ກຳ​ນົດ​ທິດໃຫ້​ວິ​ວັດ​ທະ​ນາ​ການ​ຜັນ​ຈະ​ຫຍາຍ​ວິ​ໄສ​ທັດ​ປະ​ຊາ​ຄົ​ມ​ອາ​ຊຽນ 2025. ພ້ອມ​ກັນ​ນັ້ນ, ບັນ​ດາ​ການ​ນຳ​ອາ​ຊຽນ ຍັງ​ແລກ​ປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ເພື່ອ​ແນ​ໃສ່ “ຫັນວິ​ໄສ​ທັດ​ໃຫ້​ເປັນ​ຮູບ​ປະ​ທຳ​ ເພື່ອ​ຄວາມ​ເຂັ້ມ​ແຂງ​ຂ​ອງປະ​ຊາ​ຄົມ​ອາ​ຊຽນ”

        ກອງ​ປະ​ຊຸມ​ສຸດຍອດ​ຖືກ​ດຳ​ເນີນ​ໃນ​ວັນ​ທີ 06 – 07/09, ດ້ວຍ​ຫົວ​ຂໍ້​ຕົ້ນ​ຕໍ່​ແມ່ນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມກໍ່​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ. ວັນ​ທີ 06/09, ບັນ​ດາ​ປະ​ມູກ​ລັດ​ອາ​ຊຽນ ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ຜັນ​ຂະ​ຫຍາຍ​ແຜນ​ການ​ສັງ​ລວມ​ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ອາ​ຊຽນ 2025 ແລະ ຂໍ້​ລິ​ເລີມ​ແຜນ​ການ​ວຽກ​ງານ​ເຊື່ອມ​ໂຍງ​ອາ​ຊຽນ 3 ແລະ ໂຄ​ສະ​ນາ​ກ່ຽວ​ກັບ​ສະ​ພາ​ທີ່​ປຶກ​ສາ​ຫ​ດຳ​ເນີນ​ທຸ​ລະ​ກິດ​ອາ​ຊຽນ.

ຂ່າວ/ບົດ​ອື່ນ