(vovworld) - ຕອນເຊົ້າວັນທີ 27/3 (ຕາມເວລາ ຫວຽດນາມ), ກອງປະຊຸມສຸດຍອດຄັ້ງທີ 5 ຂອງກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ (ຫຼື BRICS) ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ Durban (ປະເທດ ອາຟະຣີກາໃຕ້) ດ້ວຍການເຂົ້າຮ່ວມຂອງແຂກສາກົນກ່ວາ 5.000 ທ່ານ. ທ່ານປະທານາທິບໍດີປະເທດເຈົ້າພາບ Jacob Zuma, ທ່ານປະທານາທິບໍດີ ລັດເຊຍ V. Putin, ນາຍົກລັດຖະມົນຕີ ອິນເດຍ Manmohan Singh, ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ເຂົ້າຮ່ວມກອງປະຊຸມ. ຄາດວ່າ, ໃນການເຮັດວຽກມາເປັນເວລາ 2 ວັນ, ກອງປະຊຸມດ້ວຍຫົວຂໍ້ວ່າ: “BRICS ແລະ ທະວີບ ອາຟະຣີກາ: ຄູ່ຮ່ວມມື ເພື່ອການພັດທະນາ, ເຊື່ອມໂຍງ ແລະ ຫັນເປັນອຸດສາຫະກຳ” ຈະກວດກາສະພາບການການເມືອງ, ເສດຖະກິດ ແລະ ສັງຄົມຢູ່ 5 ປະເທດສະມາຊິກ, ສະພາບການເສດຖະກິດຢູ່ພາກພື້ນ Eurozone ແລະ ບັນດາບັນຫາສາກົນສຳຄັນອື່ນໆ. ໃນບັນດາບາດກ້າວສຳຄັນທີ່ກອງປະຊຸມຄັ້ງນີ້ແມ່ນເລື່ອງ 5 ປະເທດສະມາຊິກເປັນເອກະພາບກັນສ້າງຕັ້ງທະນາຄານພັດທະນາ BRICS, ຖືນີ້ເປັນມາດຕະການຮັບມືຕໍ່ບັນດາລະບອບ ການເງິນ ໂດຍຝ່າຍຕາເວັນຕົກໜູນຫຼັງ. ສ່ວນສະພາດຳເນີນທຸລະກິດ BRICS ແລະ ສະຖາບັນຄົ້ນຄ້ວານະໂຍບາຍ BRICS ຄາດວ່າຈະໄດ້ຮັບການສ້າງຕັ້ງຂຶ້ນທີ່ກອງປະຊຸມຄັ້ງນີ້.
ຕາມການຄາດຄະເນແລ້ວ, ປະຈຸບັນ, ປະຊາກອນບັນດາປະເທດໃນກຸ່ມ BRICS ກວມ 42% ຈຳນວນປະຊາກອນໂລກ, ຍອດຜະລິດຕະພັນພາຍໃນ (ຫຼື GDP) ກວມ 25% GDP ຂອງໂລກ ແລະ 15% ຍອດວົງເງິນການຄ້າທົ່ວໂລກ