ທ່ານ ຫວໍຢີເຄືອງ, ຮອງປະທານປະຈຳຄະນະກຳມະການປະຊາຊົນ
ນະຄອນ ດາຫນັງ ກ່າວຄຳເຫັນທີ່ກອງປະຊຸມ
ພາບ:baomoi.com
|
(vovworld)- ຕອນເຊົ້າວັນທີ 8/10, ຢູ່ ດາຫນັງ ໄດ້ໄຂກກອງປະຊຸມສະຫະສະມາຄົມສາກົນກ່ຽວກັບການສະຖິຕິທາງການ ໂດຍມີການເຂົ້າຮ່ວມຂອງຜູ້ແທນປະມານ 200 ຄົນມາຈາກ 47 ປະເທດ ແລະ ເຂດແຄ້ວນ, ບັນດາອົງການຈັດຕັັ້ງສາກົນ, ຜູ້ຊ່ຽວຊານສະຖິຕິຂອງມະຫາວິທະຍາໄລ, ສະຖາບັນຄົ້ນຄ້ວາຈຳນວນຫນຶ່ງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນບີກເລີມ, ຫົວຫນ້າກົມໃຫຍ່ສະຖິຕິ ຫວຽດນາມໃຫ້ຮູ້ວ່າ:
“ກອງປະຊຸມສະຖິຕິທາງການ ແມ່ນເຫດການກ່ຽວກັບການສະຖິຕິມີຂອບຂະຫນາດໃຫຍ່ ແລະ ມີອິດທິພົນຊື່ສຽງທີ 2 ຖັດຈາກກອງປະຊຸມໃຫຍ່ສະຖິຕິໂລກ. ນີ້ແມ່ນເວທີປາໄສເພື່ອໃຫ້ບັນດາຫົວຫນ້າອົງການສະຖິຕິແຫ່ງຊາດ, ບັນດາຜູ້ຊ່ຽວຊານ ແລະ ບັນດານັກວິທະຍາສາດພາຍໃນ ແລະ ຕ່າງປະເທດ ພ້ອມກັນແລກປ່ຽນແນວຄວາມຄິດ, ທັດສະນະ ແລະ ການພັດທະນາສະຖິຕິກໍຄືແບ່ງປັນບົດຮຽນ ເພື່ອຊຸກຍູ້ຄວາມເຂົ້າອົກເຂົ້າໃຈຂອງສັງຄົມ ກ່ຽວກັບການເຄື່ອນໄຫວສະຖິຕິຢ່າງເປັນທາງການ, ພ້ອມທັງຍົກສູງກຳລັງຄວາມສາມາດສະຖິຕິ ເພື່ອຄວາມກ້າວຫນ້າຂອງງສະຖິຕິທາງການ.”