ໄຂກອງປະຊຸມສະໄໝສາມັນຄັ້ງທີ 3 ສະພາແຫ່ງຊາດ ຈີນ ຊຸດທີ 12
ຮ່າທັ໋ງ, ນັກຂ່າວ VOV ປະຈຳປັກກິງ -  
ນາຍົກລັດຖະມົນຕີ ຫຼີເຄີຊຽນ ອ່ານບົດລາຍງານຂອງລັດຖະບານ
(ພາບ: Thu Yến Kiên/TTXVN)
|
(vovworld) – ຕອນເຊົ້າວັນທີ 05/03, ກອງປະຊຸມສະໄໝສາມັນຄັ້ງທີ 3 ສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ (ສະພາແຫ່ງຊາດ) ຊຸດທີ 12 ຖືກໄຂຂຶ້ນຢູ່ຫໍສະພາປະຊາຊົນຈີນ ຢູ່ນະຄອນຫຼວງປັກກິງ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຈາງເຕຶ໋ອແຈງ. ເຂົ້າຮ່ວມມີທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ, ທ່ານນາຍົກລັດຖະມົນຕີ ຫຼີເຄີສຽງ, ທ່ານປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ຢູເຈິງເສິງ ພ້ອມກັບຜູ້ແທນ 3.000 ຄົນ. ພາຍຫຼັງພິທີໄຂ, ທ່ານນາຍົກລັດຖະມົນຕີ ຫຼີເຄີສຽງ ໄດ້ສະເໜີບົດລາຍງານວຽກງານລັດຖະບານ, ໃນນັ້ນເນັ້ນໜັກວ່າ, ຈີນສືບຕໍ່ຮັບປະກັນຄວາມສະຖຽນລະພາບ ແລະ ສ້າງນະໂຍບາຍເສດຖະກິດມະຫາພາກໃຫ້ສົມບູບແບບ, ຮັກສາທ່າເຕີບໂຕຢ່າງໝັ້ນຄົງ, ສ້າງກຳລັງໜູນພັດທະນາເສດຖະກິດສັງຄົມໃໝ່, ປະຕິບັດນະໂຍບາຍງົບປະມານຢ່າງຕັ້ງໜ້າ, ເພື່ອແນໃສ່ບັນລຸໄດ້ການເຕີບໂຕດ້ານເສດຖະກິດປີ 2015 ຢູ່ໃນລະດັບ 7%, ຄວບຄຸມໄພເງິນເຟີ້ຢູ່ໃນລະດັບ 3%, ສ້າງເຮັດງານທຳໃໝ່ໃຫ້ແກ່ຄົນງານ 10 ກວ່າລ້ານຄົນຢູ່ເຂດຕົວເມືອງ, ອັດຕາຫວ່າງງານຮັກສາຢູ່ໃນລະດັບຕໍ່າກວ່າ 4,6%. ງົບປະມານປ້ອງກັນຊາດຂອງຈີນ ໃນປີ 2015 ຈະເພີ່ມຂຶ້ນປະມານ 10% ຕໍ່າກວ່າລະດັບ 12,2% ເມື່ອທຽບໃສ່ປີ 2014.
ຕາມແຜນການ, ກອງປະຊຸມໄໝສາມັນຈະອັດລົງໃນຕອນເຊົ້າວັນທີ 15/03.
ຮ່າທັ໋ງ, ນັກຂ່າວ VOV ປະຈຳປັກກິງ