ໄຂກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມຊຸດທີ 13

ໄຂກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມຊຸດທີ 13 - ảnh 1
( ໄຂກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມຊຸດທີ 13 )

( vovworld ) -   ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3, ສະພາ​ແຫ່ງ​ຊາດ​ຊຸດຫວຽດນາມ​ທີ 13 ​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 21/5 ຢູ່​ທີ່​ຮ່າ​ໂນ້ຍ ​ແລະ ​ຈະແກ່ຍາວ​ເປັນ​ເວລາ​ໜື່ງ​ເດືອນ. ​ເຂົ້າ​ຮ່ວມ​ພິທີ​ໄຂ​ກອງ​ປະຊຸມ​ມີ​ທ່ານ​ເລຂາທິການ​ໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong, ທ່ານ​ປະທານ​ປະ​ເທດ Truong Tan Sang, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ແລະ ອະ​ດີດ​ບັນດາ​ການ​ນຳ​ເຊິ່ງ​ແມ່ນ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ, ລັດ, ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ. ກ່ອນ​ທີ່​ໄຂ​ກອງ​ປະຊຸມ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ເຂົ້າຄຳນັບ​ສຸສານ​ປະທານ​ໂຮ່ຈິ​ມິນ.

        ກ່າວຄຳ​ເຫັນ​ໄຂ​ກອງ​ປະຊຸມ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung  ​ໄດ້​ຊີ້​ແຈ້ງວ່າ, ກອງ​ປະຊຸມ​ຄັ້ງ​ນີ້ ​ໄດ້​ພິຈາລະນາ​ບົດ​ລາຍ​ງານ​ບັບປຸງ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ງົບປະມານ​ແຫ່ງ​ລັດ​ປີ 2011; ຜັນ​ຂະຫຍາຍ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ງົບປະມານ​ແຫ່ງ​ລັດ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2012 ​ແລະ ​ແຜນ​ຮ່າງ​ສັງ​ລວມສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ​ໃຫ້​ສັດຕະຍາບັນການ​ສະຫຼຸບ​ບັນຊີ​ແຫ່ງ​ລັດ​ປີ 2010;​ ຕັດສິນ​​ບາງ​ມາດ​ຕະການ​ກ່ຽວ​ກັບ​ພາສີອາກອນ ​ເພື່ອ​ແນ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ ​ແລະ ສ່ວນ​ບຸກຕົ້ນ​ປີ 2012. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ໃຫ້​ຮູ້​ວ່າ:

“ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ນີ້, ສະພາ​ແຫ່ງ​ຊາດ ຈະ​ພິຈາລະນາ, ຮັບຮອງ​ເອົາຮ່າງ​ກົດໝາຍ 13 ສະບັບ ​ແລະ ຮ່າງ​ມະຕິ 2 ສະບັບຄື: ກົດໝາຍ​ວ່າ​ດ້ວຍ​ການປະກັນ​ເງິນ​ຝາກ, ກົດໝາຍວ່າ​ດ້ວຍ​ລາຄາ, ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານການ​ຝອກ​​ເງິນ, ກົດໝາ​ຍວ່າ​ດ້ວຍ​ທະ​ເລ​ຫວຽດນາມ​.​..​ ມະຕິ​ກ່ຽວ​ກັບ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ ປີ 2013, ມະຕິ​ກ່ຽວ​ກັບ​ບາງ​ການ​ດັດ​ແປງ, ປ່ຽນ​​ໃໝ່​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ປະກອບ​ຄຳ​ເຫັນກ່ຽວ​ກັບ ຮ່າງ​ກົດໝາຍ​ອື່ນ 6 ສະບັບ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສະ​ເໜີ​​ໃຫ້​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ຍົກ​ສູງ​ນ້ຳ​ໃຈ​ຮັບຜິດຊອບ, ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ພູມປັນຍາ, ສຸມ​​ໃສ່​ປຶກສາ​ຫາລື, ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ທີ່ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ເພື່ອ​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​​ເທື່ອ​ນີ້​ປະສົມ​ຜົນ​ສຳ​ເລັດ​ຢ່າງ​ຈົບງາມ”

ສະພາ​ແຫ່ງ​ຊາດ​ໄດ້​ຮັບ​ຟັງ​ທ່ານ Huynh Dam ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ສະ​ເໜີ​ບົດ​ລາຍ​ງານ​ສັງ​ລວມຄວາມ​ເຫັນ, ຂໍ້​ສະ​ເໜີ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ; ທ່ານ Nguyen Van Giau ກຳມະການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ປະທານ​ກຳມາ​ທິການ​ເສດຖະກິດ​ຂອງ​ສະພາ​ແຫ່ງ​ຊາດ​ສະ​ເໜີ​ບົດ​ກວດກາບົດ​ລາຍ​ງານ​ຂອງ​ລັດຖະບານ ຕີ​ລາຄາ​​ເພີ່ມ​​ເຕີມໝາກຜົນ​ແຫ່ງ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ ແລະ ງົບປະມານແຫ່ງລັດປີ 2011; ເລື່ອງຜັນຂະຫຍາຍການປະຕິບັດ ແຜນການ ພັດທະນາເສດຖະກິດສັງຄົມ ​ແລະ ງົບປະມານ​ແຫ່ງ​ລັດ​ໃນ​ຊຸມ​ເດືອນ​ຕົ້ນປີ 2012. ສະພາ​ແຫ່ງ​ຊາດ​ກໍ​ໄດ້ຮັບ​ຟັງ​ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ສະ​ເໜີ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ ການ​ເພີ່ມ​ເຕີມ​ສະພາບ​ການ​ເສດ​ຖະກິດ-​ສັງຄົມ​ປີ 2011, ສະພາບ​ເສດຖະກິດ​ສັງຄົມ 4 ​ເດືອນ​ຕົ້ນປີ 2012 ​ແລະ ບັນດາ​ມາດ​ຕະການ​ຕົ້ນຕໍ​ສຸມ​ໃສ່​ຊີ້​ນຳ, ບໍລິຫານ​ໃນ​ຊຸມ​ເດືອນ​ຍັງ​ເຫຼືອ​ຂອງ​ປີ 2012“.

 ​ໃນ​ວາລະ​ປະຊຸມ​ເມື່ອ​ຕອນ​ບ່າຍ​ຂອງ​ວັນ​ທີ 21/5, ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ​ ການ​ລົງທຶນ Bui Quang Vinh ສະ​ເໜີ​​ແຜນຮ່າງສັງ​ລວມກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານເສດຖະກິດຄື​ນ​ໃໝ່. ​ເມື່ອ​ເນັ້ນໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງສ້າງ​ໂຄງ​ປະກອບ​ພື້ນຖານເສດຖະກິດຄື​ນ​ໃໝ່, ​ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ​ການ​ລົງທຶນ Bui Quang Vinh ຖື​ວ່າ:

   “ຄຽງ​ຄູ່​ກັບ​ບັນດາ​ຄວາມ​ຫຍຸ້ງຍາກ​ຢູ່​ພາຍ​ໃນ​ປະ​ເທດ, ​ໃນ 2,3 ປີຜ່ານມາ, ຍາມ​ໃດ​ພື້ນຖານ​ເສດຖະກິດ ຫວຽດນາມ ກໍ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນດາ​ການ​ກະ​ທົບ​ອັນ​ຫຍໍ້​ທໍ້​ຈາກ​ວິ​ກິດ​ການ ​ແລະ ການ​ຊຸດ​ໂຊມ​ເສດຖະກິດ​ທົ່ວ​ໂລກ, ວິ​ກິດ​ການ​ໜີ້​ສິນ​ຂອງ​ລັດ​ຢູ່ ​ເອີ​ລົບ. ສະນັ້ນ ບັນດາ​ຄວາມ​ອ່ອນ​ດ້ອຍ​ຂອງ​ພື້ນຖານ​ເສດຖະກິດ, ຂອງ​ຮູບ​ແບບ​ການ​ເຕີບ​ໂຕ ​ແລະ ​ໂຄງ​ປະກອບ​ເສ​ດຖະກິດ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ຊັກ​ຊ້າ. ສະພາບ​ການ​ດັ່ງກ່າວ​ໃຫ້​ເຫັນ​ວ່າ ​ເລື່ອງສ້າງ​ໂຄງ​ປະກອບ​ພື້ນຖານເສດຖະກິດຄື​ນ​ໃໝ່, ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ​ເສດຖະກິດ​ໄດ້​ກາຍ​ເປັນ​ສິ່ງ​ຈຳ​ເປັນ ​ແລະ ຮີບດ່ວນ“

   ​ໃນ​ວາລະ​ເຮັດ​ວຽກ​ເມື່ອ​ຕອນ​ບ່າຍ​ຂອງ​ວັນ​ທີ 21/5, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ກໍ​​ໄດ້​ຮັບ​ຟັງ​ບັນດາ​ສະມາຊິກ​ໃນ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ອ່ານໃບ​ຍື່ນ​ສະ​ເໜີສະບັບຕ່າງໆທີ່​ກ່ຽວຂ້ອງ​ເຖິງ​ງົບປະມານ, ການ​ປ່ຽນ​ແປງ​ໃໝ່​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ​ການ​ສ້າງ​ກົດໝາຍ​ປີ 2013.


 

ຂ່າວ/ບົດ​ອື່ນ