ໄຂກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກ ຄັ້ງທີ 13
(VOVWORLD) - ດ້ວຍຫົວຂໍ້ “ຫວນຄືນອະດີດຕະການເພື່ອອະນາຄົດທີ່ສົດໃສກວ່າ”, ກອງປະຊຸມສຳມະນາຄັ້ງນີ້ ມີທັງໝົດ 8 ວາລະປຶກສາຫາລື ເຊິ່ງລວມມີ: “ທະເລຕາເວັນອອກໃນສະພາບທົ່ວໂລກພວມປ່ຽນແປງ”; “ປັບປຸງລະບຽບກົດໝາຍຢູ່ທະເລຕາເວັນອອກ”; “ຈົ່ງມີຄວາມຍຸຕິທຳຕໍ່ຄວາມຈິງ, ປະຫວັດສາດ ແລະ ທະເລຕາເວັນອອກ”; “ອາຊຽນ ແລະ QUAD ໃນໂຄງສ້າງຂອງພາກພື້ນ”…
(ພາບປະກອບ: TTXVN) |
ກອງປະຊຸມສຳມະນາສາກົນ ກ່ຽວກັບທະເລຕາເວັນອອກ ຄັ້ງທີ 13 ຖືກໄຂຂຶ້ນໃນວັນທີ 18 ພະຈິກ ຕາມສອງຮູບການທັງໂດຍກົງ ແລະ ທາງໄກ. ໂດຍຖືກດຳເນີນພາຍໃນ 2 ວັນ, ເຂົ້າຮ່ວມກອງປະຊຸມສຳມະນາມີນັກຮຽນຮູ້ທັງຢູ່ພາຍໃນ ແລະ ສາກົນກວ່າ 500 ທ່ານ, ປຶກສາຫາລືກ່ຽວກັບວິທີການສຳຜັດແບບໃໝ່ໃນບັນຫາທະເລຕາເວັນອອກ.
ດ້ວຍຫົວຂໍ້ “ຫວນຄືນອະດີດຕະການເພື່ອອະນາຄົດທີ່ສົດໃສກວ່າ”, ກອງປະຊຸມສຳມະນາຄັ້ງນີ້ ມີທັງໝົດ 8 ວາລະປຶກສາຫາລື ເຊິ່ງລວມມີ: “ທະເລຕາເວັນອອກໃນສະພາບທົ່ວໂລກພວມປ່ຽນແປງ”; “ປັບປຸງລະບຽບກົດໝາຍຢູ່ທະເລຕາເວັນອອກ”; “ຈົ່ງມີຄວາມຍຸຕິທຳຕໍ່ຄວາມຈິງ, ປະຫວັດສາດ ແລະ ທະເລຕາເວັນອອກ”; “ອາຊຽນ ແລະ QUAD ໃນໂຄງສ້າງຂອງພາກພື້ນ”… ນີ້ແມ່ນບັນດາເນື້ອໃນທີ່ມີລັກສະນະສະຖານະການ, ພວມຄອບງຳການຜັນແປຂອງສະພາບການຕົວຈິງຢູ່ທະເລຕາເວັນອອກໃນປັດຈຸບັນ. ສິ່ງທີ່ໜ້າສົນໃຈແມ່ນ, ດ້ວຍການເຂົ້າຮ່ວມຂອງນັກຮຽນຮູ້ຢູ່ທັງພາຍໃນ ແລະ ຕ່າງປະເທດ, ພິເສດແມ່ນການເຂົ້າຮ່ວມຂອງບັນດາເອກອັກຄະລັດຖະທູດ, ນັກການທູດສາກົນ ປະຈຳ ຫວຽດນາມ, ກອງປະຊຸມສຳມະນາສາກົນຄັ້ງທີ 13 ບໍ່ພຽງແຕ່ຢັ້ງຢືນວ່າ ນີ້ແມ່ນເວທີປາໄສການຄົ້ນຄວ້າລະດັບສາກົນທີ່ມີຊື່ສຽງເທົ່ານັ້ນ ຫາກຍັງໄດ້ຮັບຄວາມຫວັງວ່າ ຈະຫາໄດ້ວິທີສຳຜັດແບບໃໝ່ໃນບັນຫາທະເລຕາເວັນອອກ.