(vovworld) - ວັນທີ 26/07, ຢູ່ຮ່າໂນ້ຍ, ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ສົມທົບກັບສະຫະສະມາຄົມຈະຈາຍສຽງ - ໂທລະພາບອາຊີ - ປາຊີຟີກ (ABU) ໄດ້ໄຂກອງປະຊຸມສຳມະນາສາກົນ “ກະຈາຍສຽງດີຈີຕອນ ແລະ ສະແດງເຕັກໂນໂລຊີ ADB+”. ນີ້ແມ່ນກອງປະຊຸມສຳມະນາ ນອນໃນຂອບເຂດກອງປະຊຸມກະຈາຍສຽງອາຊີ (RadioAsia) ເຊິ່ງດຳເນີນໄປແຕ່ວັນທີ 29 – 31/07 ຈະມາເຖິງ. ໂດຍ VOV ເປັນເຈົ້າພາບຈັດຕັ້ງ.
ທີ່ກອງປະຊຸມສຳມະນາ, ບັນດານັກບັນລະຍາຍໄດ້ແບ່ງປັນບົດຮຽນໃນລະບົບກະຈາຍສຽງດີຈີຕອນ ແລະ ສະແດງເຕັກໂນໂລຊີ ADB+ ເພື່ອຊ່ວຍໃຫ້ຫວຽດນາມ ແລະ ບັນດາປະເທດໃນພາກພື້ນມີຂໍ້ມູນເຕີ່ມອີກ ໃນການເລືອກເຟັ້ນເຕັກໂນໂລຊີ, ເຊື່ອມໂຍງເຂົ້າກັບສາກົນໃນຂົງເຂດກະຈາຍສຽງດີຈີຕອນ.