ໄຂກອງ​ປະຊຸມ​ເຈົ້າໜ້າທີ່ຂັ້ນສູງ ການເງິນ ASEM 10

ໄຂກອງ​ປະຊຸມ​ເຈົ້າໜ້າທີ່ຂັ້ນສູງ ການເງິນ ASEM 10 - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 15/10, ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ການ​ເງິນ ອາຊີ - ​ເອີ​ລົບ​ຄັ້ງ​ທີ 10 ຖືກ​ໄຂ​ຂຶ້ນ​ຢູ່ ບາງກອກ​ປະ​ເທດ​ໄທ. ກ່ອນ​ຫນ້າ​ນັ້ນ, ວັນ​ທີ 14/10, ວາລະ​ປຶກສາ​ຫາລື​​ຂັ້ນເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ​ຂະແໜງການ​ເງິນ ອາຊີ - ​ເອີ​ລົບ ​ໄດ້​ອັດ​ລົງ​ດ້ວຍ​ໝາກຜົນ​ບັນລຸ​ໄດ້​ຫລາຍ​ຢ່າງ. ບັນດາ​ຜູ້​ແທນ​ເຫັນ​ດີ​ກັບບາງ​ບັນຫາ​ສຳຄັນ​ທີ່​ຍົກ​ອອກ​ມາ​ປຶກສາ​ຫາລື​ຢູ່​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ການ​ເງິນ ອາຊີ -​ເອີ​ລົບ ນັ້ນ​ແມ່ນ: ທິດ​ທາງ ​ແລະ ສະພາບ​​ເສດຖະກິດ, ການ​ເງິນ ຢູ່ ພາກ​ພື້ນ ອາຊີ -​ເອີ​ລົບ,​​ເສັ້ນທາງ​ພັດທະນາ​​ ​ເສດຖະກິດ​ໂລກ​ໃຫ້​ເປັນ​ປົກກະຕິ ​ແລະ ຍືນ​ຍົງ​; ບົດບາດ​ຂອງ​ການ​ຮ່ວມ​ມື​ດ້ານ​ການ​ເງິນ​ໃນ​ພາກ​ພື້ນ​ເພື່ອ​ສົ່ງ​ເສີມ​​ເສດຖະກິດ​ເປັນ​ປົກກະຕິ ​ແລະ ກາ​ນຮ່ວມ​ມື​ລະຫວ່າງ ອາຊີ - ​ເອີ​ລົບ​ໃນ​ການ​ສົ່ງ​ເສີມ​ການ​ຮ່ວມ​ມື​ກ່ຽວ​ກັບ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ. ວັນ​ທີ 15/10,​ ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ ອາຊີ -​ເອີ​ລົບ​ຄັ້ງ​ທີ 10 ​​ໄດ້ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພື່ອ​ຊຸກຍູ້​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ລະຫວ່າງ ອາຊີ -​ເອີ​ລົບ. ຄະນະ​ຜູ້​ແທນ​ກະຊວງ​ການ​ເງິນ ຫວຽດນາມ ​ໂດ​ຍທ່ານ Truong Chi Trung ຮອງ​ລັດຖະມົນຕີ​ກະຊວງ​ການ​ເງິນ​ນຳ​ຫ້າ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ແລະ ມີ​ບົດ​ກ່າວ​ປາ​ໄສ​ແນະນຳ​ສະພາບ​ການ​ເສດຖະກິດ ຫວຽດນາມ ​ແລະ ບັນດາ​ຄວາມ​ມານະ​ພະຍາຍາມ​ພັດທະນ​າ​ເສດຖະກິດ, ການ​ເງິນ​​ໃຫ້ເປັນ​ປົກກະຕິ ​ແລະ ໝັ້ນຄົງ, ຈຸດ​ເດັ່ນ ​ແລະ ກາລະ​ໂອກາດ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ທີ່​ດີ​ໃຫ້​ແກ່​ປະຊາ​ຄົມ​ໂລກ.

 

 

ຂ່າວ/ບົດ​ອື່ນ