ໄຂກອງປະຊຸມເຈົ້າໜ້າທີ່ ຂັ້ນສູງ APEC


ໄຂກອງປະຊຸມເຈົ້າໜ້າທີ່ ຂັ້ນສູງ APEC - ảnh 1

ກອງ​ປະຊຸມ​ລະຫວ່າງ​ບັນດາ​ເຈົ້າໜ້າ​ທີ່​ຂັ້ນສູງ

ກ່ອນກອງ​ປະຊຸມ APEC 2014 ​ໃນ​ວັນ​ທີ 25/2 ຢູ່​ປັກ​ກິ​ງ

(ພາບ: cri.cn)

 (vovworld)- ກອງ​ປະຊຸມ​​ເຈົ້າໜ້າ​ທີ່ຂັ້ນສູງຄັ້ງທີ 1 ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ-​ປາຊີ​ຟິກ (APEC) ປີ 2014 ​ໄດ້​ໄຂ​ຂື້ນ​ໃນວັນ​ທີ 27/2 ຢູ່​ນະຄອນ​ໜິງປົວ, ​ແຂວງ​​ເຈືອ​ແຈງ ປະ​ເທດ​ຈີນ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ໄຂ, ທ່ານ ຫຼີປາວ​ຕຸ​ງ, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ ຖື​ວ່າ: APEC ສວມບົດບາດ​ນັບ​ມື້​ນັບ​ສຳຄັນ ​ແລະ ມີ​ຜົນ​ສະທ້ອນ​ອັນ​ໃຫ່ຍຫຼວງ​ຕໍ່​ການ​ພັດທະນາ​ຂອງ​ພື້ນຖານ​​ເສດຖະກິດ​ໂລກ. ອາຊີ-​ປາຊີ​ຟິກ ສືບ​ຕໍ່​ແມ່ນ​ພາກ​ພື້ນ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ​ດ້ານ​ເສດຖະກິດ ​ແຕ່​ຍັງ​ມີ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ອາຊີ-​ປາຊີ​ຟິກ ຕ້ອງ​ຍົກ​ສູງ​ລະດັບ​ການ​ພັດທະນາ, ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ທີ່​ສະໜິດສະໜົມ​ກ່ວາ​ໃນ​ພາກ​ພື້ນ.

   ກອງ​ປະຊຸມ​​ເຈົ້າໜ້າ​ທີ່ຂັ້ນສູງຄັ້ງທີ 1 (APEC) ປີ 2014 ​ແມ່ນ​ການ​ເຄື່ອນ​ໄຫວທາງ​ການ​ທຳ​ອິດ​ຂອງ​ປີ APEC 2014 ​ໂດຍ​ຈີນ ​ເປັນ​ປະ​ເທດ​ເຈົ້າພາບ​ຈັດຕັ້ງຂຶ້ນ. ຄາດ​ວ່າ, ກອງ​ປະຊຸມ​ຂັhນສູງ APEC 2014 ດ້ວຍ​ຫົວ​ເລື່ອງ “ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ມຸ້ງ​ໄປ​ເຖິງ​ອະນາຄົດ​ຢູ່​ພາກ​ພື້ນ ອາຊີ-​ປາຊີ​ຟິກ“ ຈະ​ດຳ​ເນີນ​ໄປ​ຢູ້ປັກ​ກິ​ງ ປະ​ເທດ​ຈີນ ​ໃນ​ເດືອນ 11/2014 ທີ່​ຈະ​ມາ​ເຖິງ./.

ຂ່າວ/ບົດ​ອື່ນ