ໄຂກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ຄັ້ງທີ 4

ໄຂກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ຄັ້ງທີ 4 - ảnh 1
(ພາບ: http://baodientu.chinhphu.vn)

ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ສະມາຄົມ​ນັກ​ທຸລະ​ກິດ​ໜຸ່ມຫວຽດນາມ​ຄັ້ງ​ທີ 4 ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 26/12 ຢູ່​ຮ່າ​ໂນ້ຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນກ່ວາ 600 ​ທ່ານ​ທີ່ຕາງ​ໜ້າ​ໃຫ້​ນັກ​ທຸລະ​ກິດໜຸ່ມ​ທີ່​ດີ​ເດັ່ນໃນ​ທົ່ວ​ປະ​ເທດ.

ກ່ອນ​ໜ້າ​ນັ້ນ, ຕອນ​ຄ່ຳ​ວັນ​ທີ 25/12, ນັກ​ສຶກສາ​ຂອງ​ມະຫາວິທະຍາ​ໄລ​ເສດຖະກິດ​ຮ່າ​ໂນ້ຍ ກ່ວາ 500 ຄົນໄດ້​ເຂົ້າຮ່ວມ​ລາຍການ​ພົບ​ປະ​ແລ​ກປ່ຽນ​ທີ່​ມີ​ຫົວ​ຂໍ້​ວ່າ: “ນັກທຸລະກິດ​ໜຸ່ມ - ​ເສັ້ນທາງ​ແຫ່ງ​ການ​ກໍ່​ຮ່າງ​ສ້າງ​ຕົວ ​ແລະ ຂໍ​ກຸນ​ແຈ​ເພື່ອ​ກ້າວ​​ໄປ​ເຖິງ​ຜົນ​ສຳ​ເລັດ”. ອ້າຍ ​ເລ​ວັນ​ຫຽວ, ຮອງ​ປະທານ​ສະມາຄົມ​ນັກທຸລະກິດ​ໜຸ່ມ​ຫວຽດນາມ, ຜູ້ອຳນວຍການ​ໃຫຍ່​ບໍລິສັ​ດຫຸ້ນ​ສ່ວນ ກຸ່ມ​ບໍລິສັດ ຟູ໋ທ໋າຍ ​ແບ​່ງປັນ​ວ່າ:

“​ໃນ​ໂອກາດ​ນີ້ ຕາມ​ຂ້າພະ​ເຈົ້າ​ແລ້ວ, ​ແນວຄວາມ​ຄິດກ່ຽວ​ກັບ​ການດຳ​ເນີນ​ທຸລະ​ກິດ ​ແລະ ການກໍ່​ຮ່າງ​ສ້າງ​ຕົວ​ແມ່ນມີ 3 ທິດ: ທີ່​ໜຶ່ງ​ແມ່ນ​ຕົນ​ເອງ​ຕ້ອງຊອກ​ຫາ​ທິດ​ໃໝ່. ທິ​ດທີ່ 2 ​ແມ່ນ ດຳ​ເນີນ​ການ​ຜະລິດ​ສຳລັບ​ຜະລິດ​ຕະພັນ​ເຊິ່ງການ​ບໍລິການ​ທີ່​ກ່ຽວຂ້ອງ​​ເຖິງຜະລິດ​ຕະພັນ​ນັ້ນ​ບໍ່ທັນ​ໄດ້​ດີ, ທີ່ 3 ​ແມ່ນ​ພວກ​ເຮົາ​ຕ້ອງ​ມີ​ການສົມທົບ​​ລະຫວ່າງບັນດາປັດ​ໄຈ​ໃໝ່ ​ແລະ ປັດ​ໄຈ​ດ້ານ​ການ​ບໍລິການ​ອີກ  ​​ເຮັດ​​ໄດ້​ຄື​ແນວ​ນັ້ນ​ພວກເຮົາ ຈະ​ຊອກ​ເຫັນ​ກາລະ​ໂອກາດ​ອື່ນ​ເພື່ອ​ກໍ່​ຮ່າງ​ສ້າງ​ຕົວ​”

ກໍ່​ໃນ​ວັນ​ດຽວ​ກັນ, ທີ່​ນະຄອນຫຼວງ ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ​ ໄດ້​ໃຫ້ການ​ຕ້ອນ​ຮັບຄະນະ​ຜູ້​ແທນ​ທີ່ຕາງໜ້າ​​ໃຫ້ນັກທຸລະ​ກິດ​ໜຸ່ມ​ຫວຽດນາມ, ​ເນື່ອງ​ໃນ​ໂອກາດ​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ນັກທຸລະກິດ​ໜຸ່ນຄັ້ງ​ທີ 4, ອາຍຸ​ການ 2011 – 2014. ບັນດາ​ນັກທຸລະກິດ​ໜຸ່ມ​ໄດ້​ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​​ສືບ​ຕໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ຈາກ​ພັກ ​ແລະ ລັດ, ​ໂດຍ​ມີ​​ແຜນບຳລຸງ, ວາງ​ອອກ​ບັນດາ​ຍຸດ​ທະ​ສາດ​ເພື່ອ​ພັດທະນາ​ຖັນ​ແຖວນັກທຸລະກິດ, ຢັ້ງຢືນ​ໃນ​ອາຍຸ​ການ​ທີ່​ຈະ​ມາ​ເຖິງ​ຈະ​ສະມັກ​ຄີ​​ເປັນເອກະ​ພາບ​ກັນ​ຜ່ານ​ຜ່ານ​ທຸກ​ຄວາມ​ຫຍຸ້ງຍາກ, ​ເຊື່ອມ​ໂຍງ​ຢ່າງ​ໝັ້ນຄົງ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ຮັບ​ຮູ້​ຄວາມ​ກະຕື​ລື​ລົ້ນສຸດ​ຈິດ​ສຸດ​ໃຈ​ຫວັງສ້າງສາປະ​ເທດ​ຂອງ​ບັນດາ​ນັກ​ທະລຸ​ກິດ​ໜຸ່ມ, ທ່ານ​ໃຫ້​ຄຳ​ຕັກ​ເຕືອນ​ນັກທຸລະກິດ​ໜຸ່ມ​ຕ້ອງ​ສືບ​ຕໍ່​ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນສົມບັດ, ສ້າງ​ວັດທະນະທຳ​ວິ​ສາ​ຫະກິດ, ດຳ​ເນີນ​ທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ, ​​ເອົາ​ໃຈ​ໃສ່​ເຖິງຊີວິ​ດ​ໃຫ້​ແກ່​ຊາວ​ຜູ້​ອອກ​ແຮງ​ງານ, ໜູນ​ຊ່ວຍ​ກັນ​ເພື່ອ​ພ້ອມ​ກັນ​ເຊື່ອມ​ໂຍງພັດທະນາ.

ຂ່າວ/ບົດ​ອື່ນ