ໄຂການເສັງ “ແສງສະຫວ່າງເຍືອງທາງ” ປີ 2015
ໄຂການເສັງ “ແສງສະຫວ່າງເຍືອງທາງ” ປີ 2015
(ພາບ: dangcongsan.vn)
(vovworld) – ການເສັງ ໂອລິມປິກ ທົ່ວປະເທດບັນດາວິຊາວິທະຍາສາດ ມາກ - ເລນີນ ແລະ ແນວຄິດປະທານໂຮ່ຈິມິນ “ແສງສະຫວ່າງເຍືອງທາງ” ປີ 2015 ຖືກດຳເນີນໃນວັນທີ 08/03 ຢູ່ຮ່າໂນ້ຍ, ການເສັງເພື່ອແນໃສ່ເພີ່ມທະວີການສຶກສາລັດທິມາກເລນີນ, ແນວຄິດປະທານໂຮ່ຈິມິນ, ຜ່ານນັ້ນຍົກສູງຄວາມຮູ້ທາງດ້ານການເມືອງ, ບຳລຸງອຸດົມຄະຕິປະຕິວັດໃນສະມາຊິກຊາວໜຸ່ມ, ນັກສຶກສາ; ສ້າງເງື່ອນໄຂໃຫ້ສະມາຊິກຊາວໜຸ່ມ, ນັກສຶກສາພົບ, ປະແລກປ່ຽນບົດຮຽນໃນການຊອກຮູ້, ຮໍ່າຮຽນບັນດາວິຊາວິທະຍາສາດ ມາກ - ເລນີນ ແລະ ແນວຄິດປະທານໂຮ່ຈິມິນ; ນຳໃຊ້ລັດທິມາກ - ເລນີນ ແລະ ແນວຄິດປະທານໂຮ່ຈິມິນ ເຂົ້າໃນວຽກງານຮໍ່າຮຽນ, ປະຕິບັດວຽກງານ, ຊີວິດ ແລະ ຝຶກຝົນຫຼໍ່ຫຼອມຕົນເອງ. ດ້ວຍຫົວຂໍ້ “ແສງສະຫວ່າງເຍືອງທາງ”, ການເສັງ ໂອລິມປິກ ທົ່ວປະເທດບັນດາວິຊາວິທະຍາສາດ ມາກ - ເລນີນ ແລະ ແນວຄິດປະທານໂຮ່ຈິມິນ ປີ 2015 ໄດ້ດຶງດູດນັກສຶກສາໃນທົ່ວປະເທດເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.