(ການປະຊຸມຂ່າວ ງານຕະຫລາດນັດ - ຂາຍສິນຄ້າ “ສິນຄ້າ
ຫວຽດນາມ ຄຸນນະພາບສູງ ມົດສະກູ ປີ 2015)
(vovworld) – ງານຕະຫລາດນັດ - ຂາຍສິນຄ້າ “ສິນຄ້າ ຫວຽດນາມ ຄຸນນະພາບສູງ ມົດສະກູ ປີ 2015” ໄຂຂຶ້ນໃນຕອນບ່າຍວັນທີ 12/11 ທີ່ສູນ Incentra ຮ່າໂນ້ຍ - ມົດສະກູ ນະຄອນຫລວງຂອງສະຫະພັນ ລັດເຊຍ. ງານຕະຫລາດນັດ ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ສົມທົບກັບບັນດາກະຊວງຂະແໜງການທີ່ກ່ຽວຂ້ອງ, ສະຖານທູດ ຫວຽດນາມ ປະຈຳ ລັດເຊຍ, ບໍລິສັດຫຸ້ນສ່ວນການລົງທຶນສູນການຄ້າ ຮ່າໂນ້ຍ - ມົດສະກູ (Incentra) ແລະ ທະນາຄານລົງທຶນ ແລະ ພັດທະນາ ຫວຽດນາມ (BIDV) ຈັດຕັ້ງ. ນີ້ແມ່ນການເຄື່ອນໄຫວສົ່ງເສີມການຄ້າທີ່ມີຄວາມໝາຍສຳຄັນ ນອນໃນຂອບເຂດການເຄື່ອນໄຫວຕ່າງໆ ສ້າງກາລະໂອກາດຢ່າງແທດຈິງໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ໂຄສະນາຜະລິດຕະພັນ ແລະ ເຄື່ອງໝາຍການຄ້າ, ສຳພັດກັບຕະຫລາດ, ກໍ່ສ້າງ ແລະ ພັດທະນາຕາໜ່າງແຈກຢາຍຢູ່ຕະຫລາດສະຫະພັນ ລັດເຊຍ. ທີ່ເຂົ້າຮ່ວມງານຕະຫລາດນັດມີວິສາຫະກິດ ຫວຽດນາມ ເກືອບ 170 ແຫ່ງ ດ້ວຍສິນຄ້າທີ່ມີຄຸນນະພາບດີ 10.000 ກ່ວາປະເພດ ເຊິ່ງເຊັ່ນ: ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ, ເຄື່ອງສິລະປະຫັດຖະກຳ, ເຄື່ອງເປັນທີ່ລະນຶກ…