(vovworld) - ງານຕະຫຼາດນັດວາງສະແດງໝູ່ບ້ານອາຊີບຫວຽດນາມ ປີ 2013 ຖືກໄຂຂຶ້ນໃນຕອນຄໍ່າວັນທີ 26/04, ຢູ່ນະຄອນເຫວ໋, ແຂວງເທື່ອທຽນເຫວ໋. ງານຕະຫຼາດນັດແມ່ນການເຄື່ອນໄຫວເປີດສາກໃຫ້ແກ່ການເຄື່ອນໄຫວຕ່າງໆໃນ Festival ອາຊີບທີ່ເປັນມູນເຊື້ອເຫວ໋ປີ 2013 ດ້ວຍຫົວຂໍ້ວ່າ “ຈຸດຍອດຢ້ຽມຂອງອາຊີບຫວຽດ”. ດ້ວຍຮ້ານວາງສະແດງ 150 ຮ້ານຂອງບັນດາໝູ່ບ້ານອາຊີບ ແລະ ຮາກຖານຜະລິດດຳເນີນທຸລະກິດທີ່ມາຈາກບັນດາແຂວງ, ນະຄອນໃນທົ່ວປະເທດເຂົ້າຮ່ວມງານຕະຫຼາດນັດ. ທ່ານ ຫວູວັນຕ໋າມ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ຫົວໜ້າຄະນະຊີ້ນຳງານຕະຫຼາດນັດວາງສະແດງໝູ່ບ້ານອາຊີບຫວຽດນາມ ປີ 2013, ໃຫ້ຮູ້ວ່າ.
“ທິດທາງພັດທະນາຂອງໝູ່ບ້ານອາຊີບບໍ່ແມ່ນສະຖານທີ່ພົບປະແລກປ່ຽນ ແລະ ເຕົ້າໂຮມບັນດາໝູ່ບ້ານອາຊີບ, ຫາກພວກເຮົາຕ້ອງເສີມຂະຫຍາຍບັນດາຜະລິດຕະພັນນີ້ ຕິດພັນກັບການພັດທະນາການທ່ອງທ່ຽວ. ພິເສດ, ພວກເຮົາໄດ້ຈັດໝູ່ບ້ານອາຊີບຕິດພັນກັບ Festival, ທັງເຊີດຊູບັນດາໝູ່ບ້ານອາຊີບທັງເຮັດໃຫ້ບັນດາໝູ່ບ້ານອາຊີບຕິດພັນກັບການທ່ອງທ່ຽວ, ນີ້ແມ່ນທິດທາງໃໝ່”.
ງານຕະຫຼາດນັດວາງສະແດງຈະດຳເນີນນັບແຕ່ວັນທີ 26/04 ຮອດວັນທີ 01/05 ຈະອັດລົງ.