(ພາບປະກອບ)
(vovworld) - ງານຕະຫຼາດນັດຫວຽດ - ລາວ 2013 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 18/07, ຢູ່ນະຄອນຫຼວງວຽງຈັນ. ງານຕະຫຼາດນັດການຄ້າຫວຽດ - ລາວ ໄດ້ດຶງດູດການເຂົ້າຮ່ວມຂອງ 350 ຮ້ານວາງສະແດງຂອງວິສາຫະກິດ 2 ປະເທດ, ງານວາງສະແດງໄດ້ວາງສະແດງ ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ, ຜະລິດຕະພັນປຸງແຕ່ງ, ເຄື່ອງດື່ມ, ເຄື່ອງຕຳແຜ່ນຕັດຫຍິບ... ເຂົ້າຮ່ວມງານຕະຫຼາດນັດ, ຫວຽດນາມ ມີ 100 ວິສາຫະກິດ ດ້ວຍຮ້ານວ້າງສະແດງ ເກືອບ 130 ຮ້ານທີ່ມີຄຸນນະພາບສູງ ແລະ ມີອິດທິພົນຊື່ສຽງ. ຄະນະຈັດຕັ້ງໃຫ້ຂໍ້ສັງເກດວ່າ, ງານຕະຫຼາດນັດແມ່ນຂົວເຊື່ອມຕໍ່ຢ່າງມີປະສິດທິຜົນໃຫ້ແກ່ບັນດາອົງການການຄ້າ, ນັກຜະລິດ, ລົງທຶນຂອງ 2 ປະເທດ ພົບປະແລກປ່ຽນບົດຮຽນ, ມອບໂອນເຕັກໂນໂລຊີ, ຮ່ວມສຳພັນ; ສ້າງກາລະໂອກາດໃຫ້ແກ່ບັນດາວິສາຫະກິດຫວຽດນາມ ມີໂອກາດໂຄສະນາເຄື່ອງໝາຍການຄ້າ, ຊອກຮູ້ຕະຫຼາດ ແລະ ຄວາມຕ້ອງການຊົມໃຊ້ສິນຄ້າ, ຜ່ານນັ້ນສ້າງເຄືອຄ່າຍແຈກຢ່າຍ ແລະ ຈຳໜ່າຍສິນຄ້າໄປຍັງຕະຫຼາດລາວ ແລະ ເຂດພາກອີສານຂອງໄທ.