ໄຂງານບຸນປື້ມບຸນເຕັດປີວອກ2016ຢູ່ນະຄອນໂຮ່ຈິມິນ
ໄຂງານບຸນປື້ມບຸນເຕັດປີວອກ2016ຢູ່ນະຄອນໂຮ່ຈິມິນ
(ພາບ: baogiaothong)
(vovworld) – ວັນທີ 05/02, ຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໄດ້ຈັດພິທີໄຂງານບຸນຖະໜົນປື້ມບຸນປີໃໝ່ປີວອກ 2016 ໃນຖະໜົນສາຍ ມາກທິເບືອຍ - ຫງວຽນເຫ້ວ - ໂງດຶກເກ໋ ດ້ວຍຫົວຂໍ້ວ່າ “ນະຄອນໂຮ່ຈິມິນ ມີຫົວຄິດປະດິດສ້າງ, ເຊື່ອມໂຍງ ແລະ ພັດທະນາ”. ຖະໜົນປື້ມຖືກໄຂຂຶ້ນເພື່ອຮັບໃຊ້ປະຊາຊົນນະຄອນ ແລະ ນັກທ່ອງທ່ຽວແຕ່ນີ້ຮອດວັນທີ 12/02. ນີ້ແມ່ນບ່ອນທີ່ສະຫງວນໃຫ້ຜູ້ມັກອ່ານປື້ມມາເຂດໃຈກາງນະຄອນໃນໂອກາດຕົ້ນລະດູບານໃໝ່. ງານບຸນຖະໜົນດອກໄມ້ຖືກຈັດຂຶ້ນປະຈຳປີ ແລະ ໄດ້ກາຍເປັນຈຸດວັດທະນະທຳຂອງນະຄອນໃນໂອກາດບຸນເຕັດວຽນມາ.