ໄຂງານບຸນວັນເພງເດືອນ8ຢູ່ຄຸ້ມເມືອງເກົ່າຮ່າໂນ້ຍປີ2016
(ພາບປະກອບ)
(vovworld) - ຕອນບ່າຍວັນທີ 09/09 ຢູ່ສາລາບ້ານ ກີມເງິນ, ຮ່າໂນ້ຍ, ຄະນະຄຸ້ມຄອງຄຸ້ມເມືອງເກົ່າ ຮ່າໂນ້ຍ ໄຂບັນດາການເຄື່ອນໄຫວ “ງານບຸນວັນເພງເດືອນ 8 ຄຸ້ມເມືອງເກົ່າ ຮ່າໂນ້ຍ 2016”. ງານບຸນວັນເພງເດືອນ 8 ຮ່າໂນ້ຍ ປີ 2016 ຖືກຈັດຂຶ້ນຢູ່ສະຖານທີ່ຫລາຍແຫ່ງຂອງນະຄອນຫລວງຄື: ຕະຫລາດວັນເພງເດືອນ 8 ທີ່ເປັນມູນເຊື້ອ ຮ່າງໝ໋າ, ບໍລິເວນຕໍ່ໜ້າຕະຫລາດ ດົ່ງຊວຍ ແລະ ບັນດາຖະໜົນສຳລັບຄົນຍ່າງ ຮ່າງດ່າວ - ດົ່ງຊວນ - ຮ່າງໄຢ໋…ການເຄື່ອນໄຫວລະຫຼິ້ນວັນເພງເດືອນ 8 ຫລາຍຢ່າງກໍ່ຖືກຈັດຕັ້ງໃນໂອກາດນີ້ຄື: ງານວາງສະແດງ, ແນະນຳບັນດາຜະລິດຕະພັນສຳລັບວັນເພງເດືອນ 8 ທີ່ເປັນມູນເຊື້ອ; ແນະນຳວິທີເຮັດເຄື່ອງຫຼິ້ນພື້ນເມືອງ. ເຂົ້າຮ່ວມການເຄື່ອນໄຫວແນະນຳພວກຫຼານເຍົາວະຊົນເຮັດວ່າວທີ່ເປັນມູນເຊື້ອ, ທ່ານ ຫງວຽນຮືວກຽມ ສະໂມສອນວ່າວ ຕາແສງ ຮົ່ງຮ່າ ເມືອງ ດານເຟື້ອງ ຮ່າໂນ້ຍ ໃຫ້ຮູ້ວ່າ:
ເນື່ອງໃນໂອກາດບຸນວັນເພງເດືອນ 8 ນີ້, ພວກຂ້າພະເຈົ້າຢາກ ສອນໃຫ້ພວກຫຼານເຍົາວະຊົນ ວິທີເຮັດວ່າວ ແລະ ຫຼິ້ນວ່າວ. ນີ້ແມ່ນການເຄື່ອນໄຫວທີ່ດີ ເພື່ອໃຫ້ພວກຫຼານເຂົ້າໃຈໄດ້ລຸ້ນພໍ່ລຸ້ນອ້າຍກ່ອນນີ້ ລະຫຼິ້ນວ່າວຄືແນວໃດ ແລະ ເຮັດແນວໃດການລະຫຼິ້ນວ່າວຍັງຄົງໄດ້ຮັບການຮັກສາໄວ້ຈົນເຖິງປະຈຸບັນ. ສອນໃຫ້ພວກຫຼານເຍົາວະຊົນຮູ້ວິທີເຮັດວ່າວ ແມ່ນວິທີໜຶ່ງ ເພື່ອອະນຸລັກຮັກສາ ແລະ ພັດທະນາວ່າວທີ່ເປັນມູນເຊື້ອຂອງຕົນ.