ການສະແດງສິລະປະທີ່ພິທີເປີດ
|
(vovworld) – ງານບຸນອາຫານການກິນ ລາວ ຄັ້ງທີ 10 ໄຂຂຶ້ນໃນຕອນເຊົ້າວັນທີ 29/1, ຢູ່ສວນສາທາລະນະ ເຈົ້າອະນຸວົງ - ນະຄອນຫຼວງ ວຽງຈັນ. ງານບຸນໂດຍສູນກາງສະຫະພັນແມ່ຍິງ ລາວ ສົມທົບກັບສະມາຄົມນັກວິສາຫະກິດຍິງລາວສົມທົບກັນຈັດຕັ້ງ.
ງານບຸນອາຫານການກິນຄັ້ງທີ 10 ຂອງລາວຈັດຕັ້ງແຕ່ວັນທີ 29 – 31/1 ດ້ວຍການເຄື່ອນໄຫວອຸດົມສົມບຸນຄື: ງານວາງສະແດງອາຫານການກິນ, ເຄື່ອງດື່ມ, ງານວາງສະແດງບັນດາຜະລິດຕະພັນເຄື່ອງສີລະປະຫັດຖະກຳ, ບັນດາຜະລິດຕະພັນໄດ້ຮັບການປຸງແຕ່ງຕ່າງໆ…
ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ສີລິຄູນ ພູມລາວັນ, ຮອງປະທານສະມາຄົມນັກວິສາຫະກິດຍິງ ລາວ, ໃຫ້ຮູ້ວ່າ:
ເທບທ່ານນາງ ສີລິຄູນ ພູມລາວັນ
ຮ້ານວາງສະແດງ 120 ຮ້ານຂອງບັນດາວິສາຫະກິດຍິງທີ່ມາຈາກບັນດາເຂດພາກຕ່າງໆເຂົ້າຮ່ວມງານບຸນອາຫານການກິນປີນີ້. ພິເສດແມ່ນງານບຸນແຕ່ງເຂົ້າປູ້ນໃນງານບຸນໄດ້ດຶງດູດການເຂົ້າຮ່ວມບັນດາທິມຂອງ 11 ໂຮງຮຽນສອນວິຊາຊີບທີ່ມາຈາກ 10 ແຂວງໃນທົ່ວປະເທດ.